(vovworld) - ຕອນບ່າຍວັນທີ 9/8, ຢູ່ ຮ່າໂນ້ຍ, ທ່ານພົນໂທ Nguyen Chi Vinh, ລັດຖະມົນຕີຊ່ວຍວ່າການກະຊວງປ້ອງກັນປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນສະມາຊິກສະພາຕຳ່ ສັງກັດກຳມາທິການກຳລັງທະຫານສະພາຕຳ່ ອາເມລິກາ ໂດຍທ່ານສະມາຊິກສຳພາຕຳ່ Joe Wlison, ປະທານອະນຸກຳມະການບຸກຄະລາກອນເປັນຫົວໜ້າຄະນະ ທີ່ພວມຢູ່ຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ໃນໄລຍະຜ່ານມາ, ການພົວພັນທາງດ້ານປ້ອງກັນຊາດລະຫວ່າງຫວຽດນາມ - ອາເມລິກາ ມີບາດກ້າວພັດທະນາໃນຂົງເຂດຕ່າງໆຄື: ແລກປ່ຽນຄະນະຜູ້ແທນ, ບຳລຸງສ້າງ, ເສນາລັກແລະ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ. ທ່ານພົນໂທ Nguyen Chi Vinh ເຊື່ອໝັ້ນວ່າການຢ້ຽມຢາມຂອງທ່ານສະມາຊິກສະພາຕຳ່ Joe Wlison ຈະເປັນການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຊຸກຍູ້ການພົວພັນຮ່ວມມືລະຫວ່າງ 2 ປະເທດ. ສ່ວນທ່ານສະມາຊິກສະພາຕຳ່ Joe Wlison ຫວັງວ່າ: ບັນດາການຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມໃນໄລຍະຈະມາເຖິງຈະສືບຕໍ່ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ 2 ປະເທດ ແລະ ຢັ້ງຢືນວ່າຈະເຮັດຈົນສຸດຄວາມສາມາດຂອງຕົນ ປະກອບສ່ວນຊຸກຍູ້ສາຍພົວພັນຮ່ວມມືລະຫວ່າງ 2 ປະເທດຫວຽດນາມ - ອາເມລິກາ ໃຫ້ສືບຕໍ່ພັດທະນາຢ່າງແຮງ.