ຮອງລັດຖະມົນຕີກະຊວງການຕ່າງປະເທດເລຮວ່າຍຈູງພົບປະເຈລະຈາກັບທ່ານເລຂາທິການກວາງສີ,ຈີນ
ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ
ຫວຽດນາມ ເລຮວ່າຍຈູງ (ພາບ: TTXVN)
(vovworld)- ໃນຂອບເຂດການໄປຢ້ຽມຢາມ ແລະ ເຮັດວຽກຢູ່ຈີນ, ວັນທີ 24/5, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ເລຮວ່າຍຈູງ ພ້ອມດ້ວຍຄະນະຜູ້ແທນຫວຽດນາມ ໄດ້ພົບປະເຈລະຈາກັບ ທ່ານເລຂາທິການເຂດປົກຄອງດ້ວຍຕົນເອງຂອງຊົນເຜົ່າ ຈວ່າງ ເຜີງຈີ້ງຄວາ ຢູ່ ແຂວງກວາງສີ ປະເທດຈີນ. ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ເລຮວ່າຍຈູງ ຕີລາຄາສູງໝາກຜົນການຮ່ວມມືໃນບັນດາຂົງເຂດລະຫວ່າງ ແຂວງກວາງສີ ປະເທດຈີນ ກັບບັນດາແຂວງຊາຍແດນຂອງຫວຽດນາມ, ພິເສດແມ່ນໝາກຜົນແຫ່ງການສົມທົບກັນຜັນຂະຫຍາຍອານຸສັນຍາ ກ່ຽວກັບການຂີດເສັ້ນຊາຍແດນ, ປັກຫຼັກໝາຍຊາຍແດນ, ສັນຍາກ່ຽວກັບຂໍ້ກຳນົດຄຸ້ມຄອງເຂດຊາຍແດນ ແລະ ສັນຍາກ່ຽວກັບດ່ານຊາຍແດນ ແລະ ຂໍ້ກຳນົດຄຸ້ມຄອງດ່ານຊາຍແດນຢູ່ເຂດຊາຍແດນທາງບົກຫວຽດນາມ-ຈີນ ( ເອີ້ນຫຍໍ້ແມ່ນເອກະສານນິຕິກຳກ່ຽວກັບຊາຍແດນ 3 ສະບັບ ). ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ເລຮວ່າຍຈູງ ເນັ້ນໜັກວ່າ: ພັກ, ລັດ ແລະ ປະຊາຊົນຫວຽດນາມຖືເປັນສຳຄັນການຊຸກຍູ້ ແລະ ການພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານກັບຈີນເວົ້າລວມ ກໍ່ຄືກັບ ແຂວງກວາງສີ ເວົ້າສະເພາະ. ແຂວງ ກວາງສີ ແລະ ບັນດາແຂວງຊາຍແດນຫວຽດນາມ ຄວນສືບຕໍ່ເພີ່ມທະວີການສົມທົບກັນປະຕິບັດວຽກງານຄຸ້ມຄອງເສັ້ນຊາຍແດນເປັນຢ່າງດີ; ຍູ້ແຮງການຮ່ວມມືດ້ານເສດຖະກິດ, ດ້ານການຄ້າ, ການສຶກສາ ແລະ ການພົບປະແລກປ່ຽນວັດທະນາທຳ ລະຫວ່າງປະຊາຊົນເຂດຊາຍແດນສອງປະເທດ, ປະກອບສ່ວນສ້າງເສັ້ນຊາຍແດນສັນຕິພາບ, ສະຖຽນລະພາບ, ມິດຕະພາບ, ຮ່ວມມື ແລະ ພັດທະນາຫວຽດນາມ-ຈີນ. ສ່ວນທ່ານ ເຜີງຈີ້ງຄວາ ເລຂາທິການເຂດປົກຄອງດ້ວຍຕົນເອງຂອງຊົນເຜົ່າ ຈວາງ ແຂວງກວາງສີ, ຈີນ ເນັ້ນໜັກວ່າ ແຂວງກວາງສີ ດ້ວຍຖະນະເປັນທ້ອງຖິ່ນຕິດກັບເສັ້ນຊາຍແດນລະຫວ່າງຈີນ ແລະ ຫວຽດນາມ ຈະມານະພະຍາຍາມເສີມຂະຫຍາຍຄວາມຮັບຜິດຊອບ ເພື່ອຜັນຂະຫຍາຍການປະຕິບັດບັນດາຂໍ້ຕົກລົງຂັ້ນສູງທີ່ບັນລຸໄດ້ຢ່າງເຂັ້ມງວດ, ປະກອບສ່ວນຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານກວ່າອີກ. ທ່ານ ເຜີງຈີ້ງຄວາ ກໍ່ປາຖະໜາຢາກໃຫ້ຝ່າຍຫວຽດນາມສະໜັບສະໝູນການສ້າງກົນໄກພົບປະປະຈຳປີ ລະຫວ່າງການນຳຫຼັກແຫຼ່ງຂອງ ແຂວງກວາງສີ ແລະ ການນຳບັນດາແຂວງຊາຍແດນຫວຽດນາມ; ສ້າງເງື່ອນໄຂ ແລະ ສະໜັບສະໜູນແຂວງກວາງສີຈັດຕັ້ງ ງານຕະຫຼາດນັດວາງສະແດງ ຈີນ-ອາຊຽນ ປີ2016.