ຮອງລັດຖະມົນຕີກະຊວງຕຳຫລວດຫວຽດນາມໂຕເລີມຕ້ອນຮັບຮອງປະທານກຸ່ມບໍລິສັດMicrosoft
ທ່ານພົນໂທ ໂຕເລີມ ຕ້ອນຮັບທ່ານ Mark Day
ຮອງປະທານກຸ່ມບໍລິສັດ Microsoft
(ພາບ: VGP)
(vovworld) - ຕອນບ່າຍວັນທີ 29/03 ຢູ່ຮ່າໂນ້ຍ, ທ່ານພົນໂທ ໂຕເລີມ, ລັດຖະມົນຕີຊ່ວຍວ່າການກະຊວງຕຳຫລວດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Mark Day ຮອງປະທານກຸ່ມບໍລິສັດ Microsoft ມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ທີ່ການຕ້ອນຮັບ, ທ່ານ ໂຕເລີມ ຕີລາຄາສູງການເຄື່ອນໄຫວຂອງບໍລິສັດ Microsoft ຫວຽດນາມ, ພິເສດແມ່ນໃນການສົ່ງເສີມສາຍພົວພັນຮ່ວມມືລະຫວ່າງກຸ່ມບໍລິສັດ Microsoft ແລະ ກະຊວງຕຳຫລວດ ຫວຽດນາມ. ທ່ານ ໂຕເລີມ ປາດຖະໜາວ່າ: ໃນໄລຍະຈະມາເຖິງ 2 ຝ່າຍຈະຍູ້ແຮງການພົວພັນຮ່ວມມື, ຕັ້ງໜ້າຜັນຂະຫຍາຍບັນດາເນື້ອໃນຮ່ວມມື ທີ່ໄດ້ເຫັນດີເປັນເອກະພາບນຳກັນກ່ຽວກັບດ້ານເຕັກໂນໂລຢີສື່ສານ, ຄວາມປອດໄພທາງສື່ສານ, ຄວາມປອດໄພທາງເຄືອຂ່າຍອິນເຕີແນັດ. ຜ່ານນັ້ນ ປະກອບສ່ວນຮັບໃຊ້ພາລະກິດປົກປັກຮັກສາຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍຂອງແຕ່ລະປະເທດ; ຕອບສະໜອງສະພາບການພັດທະນາເສດຖະກິດ - ສັງຄົມຢ່າງທັນການ.
ສ່ວນທ່ານ Mark Day ຮອງປະທານກຸ່ມບໍລິສັດ Microsoft ຢືນຢັນວ່າ: ບັນດາໝາກຜົນແກ່ງການຮ່ວມມືລະຫວ່າງກະຊວງຕຳຫລວດ ຫວຽດນາມ ແລະ ກຸ່ມບໍລິສັດ Microsoft ແມ່ນແທດຈິງ, ມີປະສິດທິຜົນ. ທ່ານ Mark Day ເນັ້ນໜັກວ່າ: ໃນໄລຍະຈະມາເຖິງ 2 ຝ່າຍຄວນເພີ່ມທະວີວຽກງານຮັບປະກັນຄວາມສະຫງົບປອດໄພ, ຄວາມປອດໄພໃນການສື່ສານກ່ຽວກັບຂົງເຂດຕ່າງໆເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ.