(vovworld) - ວັນທີ 30/8, ຢູ່ສຳນັກງານກະຊວງການຕ່າງປະເທດ, ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ Le Luong Minh ໄດ້ໃຫ້ການຕ້ອນຮັບຄະນະການນຳສະຖານທູດລາວປະຈຳຫວຽດນາມ ໂດຍທ່ານ ສົມພອນ ສີຈະເລີນ, ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງ ສປປລາວ ປະຈຳຫວຽດນາມ ນຳໜ້າທີ່ເຂົ້າອວຍພອນ ເນື່ອງໃນໂອກາດສະເຫຼີມສະຫຼອງ 67 ປີແຫ່ງວັນການປະຕິວັດເດືອນສິງຫາ ແລະ ວັນສະຖາປະນາ ສ.ສ ຫວຽດນາມ 2/9. ຕາງໜ້າໃຫ້ການນຳກະຊວງການຕ່າງປະເທດ, ທ່ານຮອງລັດຖະມົນຕີການຕ່າງປະເທດ Le Luong Minh ໄດ້ຕີລາຄາສູງການຮ່ວມມືລະຫວ່າງສະຖານທູດລາວ ກັບກະຊວງການຕ່າງປະເທດຫວຽດນາມ ໃນການຊຸກຍູ້ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດ, ໂດຍສະເພາະແມ່ນໃນການຜັນຂະຫຍາຍບັນດາການເຄື່ອນໄຫວໃນຂອບເຂດປີສາມັກຄີ, ມິດຕະພາບຫວຽດນາມ - ລາວ 2012, ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງສອງປະເທດ ແລະ 35 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ, ການຮ່ວມມືຫວຽດນາມ - ລາວ. ສ່ວນທ່ານເອກອັກຄະລັດຖະທູດ ສົມພອນ ສີຈະເລີນ ໄດ້ຢືນຢັນວ່າ ຈະສືບຕໍ່ສົມທົບກັບກະຊວງການຕ່າງປະເທດຫວຽດນາມ ຢ່າງແໜ້ນແຟ້ນ ເພື່ອຊຸກຍູ້ການພົວພັນຮ່ວມມືລະຫວ່າງສອງປະເທດ, ປະກອບສ່ວນເຂົ້າໃນຜົນສຳລັດລວມຂອງປີສາມັກຄີ, ມິດຕະພາບຫວຽດນາມ - ລາວ 2012.