ຮອງລັດຖະມົນຕີການຕ່າງປະເທດ ອາເມລິກາ ຢ້ຽມຢາມ ຫວຽດນາມ

(VOVWORLD) - ຕາມກະຊວງການຕ່າງປະເທດ ອາເມລິກາ ແລ້ວ, ຢູ່ຮ່າໂນ້ຍ, ທ່ານນາງ Bonnie Jenkins ຈະພົບປະກັບເຈົ້າໜ້າທີ່ຂັ້ນສູງ ຫວຽດນາມ ເພື່ອປຶກສາຫາລືກ່ຽວກັບບັນຫາການບິນ...

ທ່ານນາງ Bonnie Jenkins, ຮອງລັດຖະມົນຕີການຕ່າງປະເທດ ອາເມລິກາ, ຮັບຜິດຊອບກ່ຽວກັບການຄວບຄຸມອາວຸດ ແລະ ຄວາມໝັ້ນຄົງສາກົນ ຈະມາຢ້ຽມຢາມ ຫວຽດນາມ ແຕ່ວັນທີ 8 – 10 ກັນຍາ. ຕາມກະຊວງການຕ່າງປະເທດ ອາເມລິກາ ແລ້ວ, ຢູ່ຮ່າໂນ້ຍ, ທ່ານນາງ Bonnie Jenkins ຈະພົບປະກັບເຈົ້າໜ້າທີ່ຂັ້ນສູງ ຫວຽດນາມ ເພື່ອປຶກສາຫາລືກ່ຽວກັບບັນຫາການບິນ ແລະ ຄວາມສະຫງົບຢູ່ເຂດຊາຍແດນ, ບໍ່ແຜ່ຂະຫຍາຍອາວຸດນິວເຄຼຍ, ຄວາມໝັ້ນຄົງດ້ານສາທາລະນະສຸກທົ່ວໂລກ, ສ້າງກຳລັງຄວາມສາມາດຮັກສາສັນຕິພາບ ແລະ ຄວາມມານະພະຍາຍາມລວມ ເພື່ອແນໃສ່ເປີດກ້ວາງການເຂົ້າຮ່ວມຂອງແມ່ຍິງໃນໄລຍະສ້າງສັນຕິພາບ. ຕໍ່ຈາກນັ້ນ, ຢູ່ແຂວງ ກ໋ວາງຈິ, ທ່ານນາງ Bonnie Jenkins ຈະໄປຢ້ຽມຢາມບາງສະຖານທີ່ຕົວແບບຂອງການຮ່ວມມືລະຫວ່າງ ຫວຽດນາມ - ອາເມລິກາ ໃນການເກັບກູ້ ແລະ ທຳລາຍວັດຖຸຍັງບໍ່ທັນແຕກທີ່ຕົກຄ້າງພາຍຫຼັງສົງຄາມ. ທ່ານນາງ Bonnie Jenkins ກໍ່ຈະໄປຢ້ຽມຢາມສູນເກັບກູ້ລະເບີດແຂວງ ກ໋ວາງຈິ ແລະ ພົບປະກັບເອື້ອຍນ້ອງແມ່ຍິງຈຳນວນໜຶ່ງທີ່ເຂົ້າຮ່ວມການເກັບກູ້ທຳລາຍລະເບີດ, ໝາກໝິ່ນບໍ່ທັນແຕກ.

ຕອບກັບ

ຂ່າວ/ບົດ​ອື່ນ