ຮອງລັດຖະມົນຕີການຕ່າງປະເທດບູຍແທງເຊີນຕອບສຳພາດຕໍ່ນັກຂ່າວກ່ຽວກັບກອງປະຊຸມຂັ້ນສູງAPECຄັ້ງທີ23

ຮອງລັດຖະມົນຕີການຕ່າງປະເທດບູຍແທງເຊີນຕອບສຳພາດຕໍ່ນັກຂ່າວກ່ຽວກັບກອງປະຊຸມຂັ້ນສູງAPECຄັ້ງທີ23 - ảnh 1
(ທ່ານ ບູຍ​ແທງ​ເຊີນ ລັດຖະມົນຕີ​ຊ່ວຍ​ວ່າການ
​ກະຊວງການ​ຕ່າງປະ​ເທດ ຫວຽດນາມ )

(vovworld) – ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ປະທານາທິບໍດີ ຟີ​ລິບ​ປິນ Benigno Aquino III, ທ່ານ​ປະທານ​ປະ​​ເທດ ຫວຽດນາມ ​ເຈືອງ​ເຕີ໋ນຊາງ ​ແລະ ພັນ​ລະ​ຍາ ຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ບັນດາ​ການ​ນຳ​ເວທີ​ປາ​ໄສ​ຮ່ວມ​ມື​ເສດຖະກິດ ອາຊີ - ປາຊີ​ຟິກ (APEC) ຄັ້ງ​ທີ 23 ​ເຊິ່ງຈັດ​ຕັ້ງ​ຢູ່​ນະຄອນຫລວງ Manila ປະ​ເທດ ຟີ​ລິບ​ປິນ ​ໃນ​ລະຫວ່າງ​ວັນ​ທີ 17 – 19/11/2015. ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ ບູຍ​ແທງ​ເຊີນ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງການ​ຕ່າງປະ​ເທດ ​ໄດ້ຕອບສຳພາດຕໍ່​ນັກ​ຂ່າວ​ໂດຍ​ໃຫ້​ຮູ້​ວ່າ: ຟີ​ລິບ​ປິນ ​ເລືອກ​ເຟັ້ນຫົວ​​ຂໍ້ໃຫ້​ປີ APEC 2015 ​ແມ່ນ “ພັດທະນາ​ເສດຖະກິດ​ຢ່າງ​ສະໝ່ຳສະ​ເໝີ, ສ້າງ​ໂລກ​​ໃຫ້ດີງາມກ່ວາ” ດ້ວຍ 4 ບຸລິມະສິດ​ຕົ້ນຕໍ​ລວມມີ: ຍູ້​ແຮງ​ການ​ເຊື່ອມ​ຕໍ່​ເສດຖະກິດ​ພາກ​ພື້ນ, ​ເພີ່ມ​ທະວີ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ວິ​ສາ​ຫະກິດ​ຂະໜາ​ດກາງ, ຂະໜາດ​ໜ້ອຍ ​ແລະ ຂະໜາດນ້ອຍ​ທີ່​ສຸດ(MSMEs), ລົງທຶນ​ພັດທະ​ນາ​ແຫຼ່ງຊັບພະຍາກອນ​ມະນຸດ ​ແລະ ສ້າງ​ປະຊາ​ຄົມ​ໃຫ້​ໝັ້ນຄົງ ​ແລະ ​ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ. ຫົວ​ຂໍ້ ​ແລະ ບັນດາບຸລິມະສິດ​ຮ່ວມ​ມື​ຂອງ​ປີ APEC 2015 ​ໄດ້​ຮັບ​ການ​ສະໜັບສະໜູນ​ຢ່າງ​ຕັ້ງໜ້າ​ຈາກ​ບັນ​ດາ​ພື້ນຖານ​ເສດຖະກິດ​ສະມາຊິກ. ຕາມ​ທ່ານ ບູຍ​ແທງ​ເຊີນ ​ແລ້ວ ນີ້​ກໍ​ແມ່ນ​ບົດຮຽນ​ທີ່ຄວນ​ຖອດ​ຖອນ ​ເພື່ອ​ໃຫ້ ຫວຽດນາມ ກະກຽມ​ໃຫ້​ປີ APEC ຫວຽດນາມ 2017 ​ເປັນ​ຢ່າງ​ດີ. ທ່ານ ບູຍ​ແທງ​ເຊີນ ​ໃຫ້​ຮູ້​ວ່າ: ​​ເລື່ອງ​ເປັນ​ເຈົ້າພາບ​ຈັດ​ຕັ້ງ​ປີ APEC 2017 ​ແມ່ນ​ຈຸດ​ສຸມ​ຂອງ​ການ​ພົວພັນ​ຕ່າງປະ​ເທດ​ຂອງ ຫວຽດນາມ ​ເຖິງ​ປີ 2025.

 

 

ຂ່າວ/ບົດ​ອື່ນ