ຮອງຫົວຫນ້າກົມໃຫຍ່ເສນາທິການກອງທັບ ຫວຽດນາມ ຕ້ອນຮັບຫົວຫນ້າ ກົມຮ່ວມມືສາກົນ ນິວເຊີແລນ

ຮອງຫົວຫນ້າກົມໃຫຍ່ເສນາທິການກອງທັບ ຫວຽດນາມ ຕ້ອນຮັບຫົວຫນ້າ ກົມຮ່ວມມືສາກົນ ນິວເຊີແລນ - ảnh 1
ພົນ​ຕີ Vo Van Tuan, ຮອງ​ຫົວຫນ້າ​ກົມ​ໃຫຍ່​ເສນາ​ທິການ​ກອງທັບ​ປະຊາຊົນ ຫວຽດນາມ
ພາບປະກອບ: internet

(vovworld) - ຕອນ​ບ່າຍ​ວັນ​ທີ 25/9, ຢູ່​ສຳນັກງານ​ກະຊວງ​ປ້ອງ​ກັນ​ປະ​ເທດ, ພົນ​ຕີ Vo Van Tuan, ຮອງ​ຫົວຫນ້າ​ກົມ​ໃຫຍ່​ເສນາ​ທິການ​ກອງທັບ​ປະຊາຊົນ ຫວຽດນາມ ​ໄດ້​ໃຫ້ການ​ຕ້ອນຮັບ​ຫົວຫນ້າ​ກົມ​ຮ່ວມ​ມື​ສາກົນ ສັງກັດ​ກະຊວງ​ປ້ອງ​ກັນ​ປະ​ເທດ ນິວ​ເຊີ​ແລນ Paul Sinclair. ນະ​ທີ່​ນີ້, ສອງ​ຝ່າຍ​ໄດ້​ແຈ້ງ​ໃຫ້​ກັນຊາ​ບກ່ຽວ​ກັບ​ໝາກຜົນ​ການ​ຮ່ວມ​ມື​ສາກົນ​ໃນ​ຂົງ​ເຂດ​ປ້ອງ​ກັນຊາ​ດ​ໃນ​ໄລຍະ​ຜ່ານ​ມາ ​ແລະ ຢືນຢັນ​ສາຍ​ພົວພັນ​ລະຫວ່າງ ຫວຽດນາມ ​ແລະ ຫົວຫນ້າ​ກົມ​ຮ່ວມ​ມື​ສາກົນ ນິວ​ເຊີ​ແລນ ​ໄດ້​ມີ​ບາດກ້າວ​ພັດທະນາ​ຮອບດ້ານ. ​ໃນ​ຂົງ​ເຂດ​ຮ່ວມ​ມືດ້ານ​ປ້ອງ​ກັນຊາ​ດ, ສອງ​ປະ​ເທດ ລ້ວນ​ແຕ່​​ເປັນ​ປະທາ​ນຮ່ວມ​ບັນດາ​ກອງ​ປະຊຸມ​ລັດຖະມົນຕີ​ປ້ອງ​ກັນປະ​ເທດ​ບັນດາ​ປະ​ເທດ ອາ​ຊຽນ ​ເປີດ​ກວ້າງ (ADMM+), ວຽກ​ງານ​ແລກປ່ຽນ​ຄະນະ​ຜູ້​ແທນ, ຮ່ວມ​ມື​ບຳລຸງ​ສ້າງ​ພະນັກງານ ກໍ​ມີ​ບັນດາ​ບາດກ້າວ​ທີ່ຕັ້ງຫນ້າ, ມີປະສິດທິ​ຜົນ. ສອງ​ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ກັນ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ ​ຄວນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ການ​ເດີນ​ທະ​ເລ, ຊອກ​ຫາ ກູ້​ໄພ​ກຸູ້ຊີບ, ຕ້ານ​ອັກ​ຄິ​ໄພ, ບຳລຸງ​ສ້າງ​ພະນັກງານ ​ແລະ ​ແລກປ່ຽນ​ຄະນະ​ເພື່ອ​ຮຳ່ຮຽນ​ເອົາ​ບົດຮຽນ​ເຊິ່ງກັນ ​ແລະ ກັນ.
ຂ່າວ/ບົດ​ອື່ນ