ຮອງຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນລາວຢ້ຽມຢາມຫວຽດນາມ
ທ່ານ ພົນໂທ ຫງວຽນບ໋າຕິ ໄດ້ໃຫ້ການຕ້ອນຮັບຄະນະພະນັກງານກອງທັບ ປະຊາຊົນຫວຽດນາມ
(ພາບ: qdnd.vn)
(vovworld) - ໂດຍໄດ້ຮັບຄຳເຊີນຈາກກະຊວງປ້ອງກັນປະເທດຫວຽດນາມ, ທ່ານ ພົນຈັດຕະວາ ສຸບັນ ຫຸນນະຈຳປາ, ຮອງຫົວໜ້າກົມໃຫຍ່ການເມືອງ ແລະ ຄະນະພະນັກງານກອງພັນໃຫຍ່ ແລະ ກອງພົນຂອງກອງທັບປະຊາຊົນລາວ ມາຢ້ຽມຢາມຫວຽດນາມ. ວັນທີ 13/2, ພົນຕີ ເລືອງເກື່ອງ, ກຳມະການສູນກາງພັກ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ໄດ້ໃຫ້ການຕ້ອນຮັບ ພົນຈັດຕະວາ ສຸບັນ ຫຸນນະຈຳປາ. ທ່ານ ພົນຕີ ເລືອງເກື່ອງ ຊົມເຊີຍທ່ານ ພົນຈັດຕະວາ ສຸບັນ ຫຸນນະຈຳປາ ໄດ້ມາຢ້ຽມຢາມຫວຽດນາມຕາມຂໍ້ຕົກລົງຮ່ວມມືປ້ອງກັນຊາດລະຫວ່າງ 2 ປະເທດ. ແລະກໍໃນວັນດຽວກັນ, ທ່ານພົນຈັດຕະວາ ສຸບັນ ຫຸນນະຈຳປາ ໄດ້ເຂົ້າຢ້ຽມຂ່ຳນັບທ່ານ ພົນໂທ ຫງວຽນບ໋າຕິ, ກຳມະການສູນກາງພັກ, ຫົວໜ້າເສນາທິການໃຫຍ່ກອງທັບປະຊາຊົນຫວຽດນາມ ແລະ ຢ້ຽມຢາມກອງບັນຊາການທະຫານນະຄອນຫຼວງຮ່າໂນ້ຍ.