ຮອບຊິງຊະນະເລີດການເສັງເລີ່ມດຳເນີນອາຊີບ2016

ຮອບຊິງຊະນະເລີດການເສັງເລີ່ມດຳເນີນອາຊີບ2016 - ảnh 1
ຮອບຊິງຊະນະເລີດການເສັງເລີ່ມດຳເນີນອາຊີບ2016
(ພາບ: enternews.vn)


(vovworld) - ​ຕອນ​ບ່າຍ​ວັ​ນ​ທີ 27/12, ຢູ່​ຮ່າ​ໂນ້ຍ, ໜັງ​ສື​ພິມ​ເວ​ທີ​ປາ​ໄສວິ​ສາ​ຫະ​ກິດ ໄດ້​ຈັດ​ຕັ້ງ​ການ​ເສັງ​ເລີ່ມ​ດຳ​ເນີນ​ອາ​ຊີບ 2016 ຮອບ​ຊິງ​ຊະ​ນະ​ເລີດ. ລາຍ​ການ​ເລີ່ມ​ດຳ​ເນີນ​ອາ​ຊ​ີບ​ແມ່ນ​ເພື່ອ​ແນ​ໃສ່​ປຸກ​ລຸກ​ຈິດ​ໃຈ​ມີ​ຫົວ​ຄິດ​ປະ​ດິດ​ສ້າງ, ເຈດ​ຈຳ​ນົງກໍ່​ຮ່າງ​ສ້າງ​ຕົວ​ດ້ວຍ​ຕົນ​ເອງ, ຄຸນ​ນະ​ທາດ​ດຳ​ເນີນ​ທຸ​ລະ​ກ​ິດ… ໃນ​​ໝູ່ຊາວ​ໜຸ່ມ, ນັກ​ສຶກ​ສາ, ປະ​ກອບ​ສ່ວນ​ສ້າງ​​ຖັນ​ແຖວ​ນັກ​ທຸ​ລະ​ກິດ​ໜຸ່ມ​ເປັນ​ຈຳ​ນວນ​ຫຼາຍ. ​ທ່ານ ຮ່​ວາງກວາງ​ຟ່ອງ, ຮອງ​ປະ​ທານ​ຫ້ອງ​ການ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ​ຫວຽດ​ນາມ ໃຫ້​ຮູ້​ວ່າ: ເມື່ອ​ທຽບ​ໃສ່​ປີ 2015, ລາ​ຍ​ການ​ປີນີ້​ມີ​ການ​ປ່ຽນ​ໃໝ່​ຫຼາຍ​ຢ່າງ, ໄດ້​ມີ 412 ໂຄງ​ການ​ຂອງ​ຜູ​້​ເຂົ້າ​ຮ່ວມ​ເກືອບ 1.000 ຄົນ​ທີ່​ມາ​ຈາກ 30 ແຂວງ, ນະ​ຄອນ​ໄດ້​​ຝາກ​ມາ. ບັນ​ດາ​ກຸ່ມ​ຂະ​ແໜງ​ການ​ເຂົ້າ​ຮ່ວມກ​ານ​ເສັງ​ກໍ່​ມີ​ຢ່າງ​ອຸ​ດົມ​ສົມ​ບູນ ແລະ ຫຼາຍ​ຂົງ​ເຂດ​ທີ່​ສຸດ.

        “ລາຍ​ການ​ເລີ່ມ​ດຳ​ເນີນ​ອາ​ຊ​ີບ​ໄດ້​ມີ​ບັນ​ດາ​ການ​ປ່ຽນ​ແປງ​ກ່ຽວ​ກັບ​ຄວາມ​ຮັບ​ຮູ້​ໃນ​ການ​ດຳ​ເນີນ​ທຸ​ລະ​ກິດ ກໍ​ຄື​ການ​ກຳ​ນົດ​ທິດ​ໃຫ້​ຊາວ​ໜຸ່ມ, ນັກ​ສຶກ​ສາ​ບືນ​ຕົວ​ຂຶ້ນ​​ສ້າງ​ຄວາມ​ຮັ່ງ​ມີ​ຢູ່​ບ້ານ​ເກີດ​ເມືອງນອນ. ລະ​ອຽດ​ແມ່ນ, ບັນ​ດາ​ແຂວງ​ພູ​ດອຍ​ຄື: ເຊີນ​ລາ, ລ້າງ​ເຊີນ, ອຽນ​ບ໋າຍ ຕະ​ຫຼອດ​ຮອດ​ບັນ​ດາ​ແຂວງ​ເຂດ​ທົ່​ງ​ພຽງ​ຄື: ບັ໋ກ​ຢາງ, ທ໋າຍ​ບິ່ງ, ເບັ໋ນ​ແຈ ຫຼື ບັນ​ດາ​ນະ​ຄອນ​ຄື ຮ່າ​ໂນ້ຍ, ດົ່ງ​ນາຍ, ນະ​ຄອນ​ໂຮ່​ຈິ​ມິນ… ຄ​ຽງ​ຂ້າງ​ບັນ​ດາ​ແຂວງ, ນະ​ຄອນ, ມີ​ໂຮງ​ຮຽນ​ຫຼາຍ​ແຫ່ງ​ເຫັນ​ໄດ້​ຄວາມ​ແທດ​ຈິງ ແລະ ຄຸນ​ປະ​ໂຫຍດ​ຂອງ​ລາຍ​ການ, ສ້າງ​ຕັ້ງ​ບັນ​ດາ​ສະ​ໂມ​ສອນ​ເລີ່ມ​ດຳ​ເນີນ​ອາ​ຊີບ ເພື່ອ​ດຶງ​ດູດ​ບັນ​ດາ​​ເພື່ອນນັກ​ສຶກ​ສາ​ເຂົ້າ​ຮ່ວມ​ເປັນ​ຈຳ​ນວນ​ຫຼວງ​ຫຼາຍ”.

        ​ວັນ​ທີ 06/01/2017 ຈະ​ມາ​ເຖິງ, ຄະ​ນະ​ຈັດ​ຕັ້ງ​ຈະ​ມອບ​ລາງວັນ​ໃຫ້​ບັນ​ດາ​ໂຄງ​ການ​ເລີ່ມ​ດຳ​ເນີນ​ອາ​ຊ​ີບ​ທີ່​ດີ​ເດັ່ນ.

ຂ່າວ/ບົດ​ອື່ນ