ຮອບເຈລະຈາທີ19ກ່ຽວກັບສິດທິມະນຸດຫວຽດນາມ-ອາເມລິກາ
(ພາບປະກອບ: ອິນເຕີແນັດ)
(vovworld) – ວັນທີ 7/5, ຢູ່ ຮ່າໂນ້ຍ,ໄດ້ດຳເນີນຮອບເຈລະຈາທີ 19 ກ່ຽວກັບ ສິດທິມະນຸດປະຈຳປີ ລະຫວ່າງ ຫວຽດນາມ ແລະ ອາເມລິກາ. ຄະນະຜູ້ແທນອາເມລິກາ ໂດຍຜູ້ຊ່ວຍວຽກລັດຖະມົນຕີວ່າການກະຊວງການຕ່າງປະເທດ ກ່ຽວກັບປະຊາທິປະໄຕ, ສິດທິມະນຸດ ແລະ ແຮງງານ ທ່ານ Tom Malinowski ເປັນຫົວໜ້າຄະນະ. ຄະນຜູ້ແທນຫວຽດນາມ ໂດຍທ່ານ ຫວູແອງກວາງ, ຫົວໜ້າກົມບັນດາອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ເປັນຫົວໜ້າຄະນະ .
ນະທີ່ນີ້, 2 ຝ່າຍ ຕີລາຄາສູງບັນດາຄວາມກ້າວໜ້າຢ່າງຕັ້ງໜ້າໃນການພົວພັນ ຫວຽດນາມ-ອາເມລິກາ ໃນໄລຍະຜ່ານມາໃນທຸກຂົງເຂດເຊິ່ງໄດ້ຍົກອອກມາໃນຖະແຫຼ່ງການຮ່ວມ ຫວຽດນາມ-ອາເມລິກາ ເມື່ອປີ 2013, ໃນນັ້ນມີການເຈລະຈາໃນຂົງເຂດສິດທິມະນຸດ. 2 ຝ່າຍໄດ້ແຈ້ງໃຫ້ກັນຊາບບັນດາຄວາມມານະພະຍາຍາມ, ຜົນງານ, ກໍຄືບັນດາສິ່ງທ້າທາຍຂອງແຕ່ລະປະເທດໃນການຊຸກຍູ້ ແລະ ຮັບປະກັນສິດທິມະນຸດ; ແລກປ່ຽນກ່ຽວກັບທຸກຂົງເຂດສິດທິມະນຸດເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ, ພິເສດສຸມໃສ່ເຂົ້າໃນບັນດາບັນຫາສ້າງລັດແຫ່ງອຳນາດນິຕິບັນຍັດ, ວິວັດການປະຕິຮູບດ້ານຕຸລາການ, ສິດເສລີໃນການປາກເວົ້າ, ສິດເສລີໃນການເຄື່ອນໄຫວສາສະໜາ, ສິດຂອງຜູ້ອອກແຮງງານ, ສິດຂອງຄົນພິການ. 2 ຝ່າຍຍັງເນັ້ນໜັກວ່າ: ຄວນສືບຕໍ່ເພີ່ມທະວີການຮ່ວມມືໃນຂົງເຂດສິດທິມະນຸດຢູ່ບັນດາເວທີປາໄສຫຼາຍຝ່າຍ, ພິເສດແມ່ນຢູ່ສະພາສິດທິມະນຸດສະຫະປະຊາຊາດ.