ທີ່ກອງປະຊຸມທາບທາມນັກຊ່ຽວຊານກ່ຽວກັບ
ຮ່າງກົດໝາຍວ່າດ້ວຍການເຊື່ອຖື, ສາສະໜາ
(ພາບ: baomoi.com)
(vovworld) - ກອງປະຊຸມທາບທາມນັກຊ່ຽວຊານກ່ຽວກັບຮ່າງກົດໝາຍວ່າດ້ວຍການເຊື່ອຖື, ສາສະໜາ ໂດຍກຳມາທິການວັດທະນະທຳ, ສຶກສາ, ຊາວໜຸ່ມ, ເຍົາວະຊົນ, ອະນຸຊົນຂອງສະພາແຫ່ງຊາດຈັດຕັ້ງໃນຕອນເຊົ້າວັນທີ 23/7ຢູ່ຮ່າໂນ້ຍ. ເມື່ອທຽບໃສ່ລັດຖະບັນຍັດວ່າດ້ວຍການເຊື່ອຖື, ສາສະໜາທີ່ພວມປະກາດໃຊ້, ຮ່າງກົດໝາຍວ່າດ້ວຍການເຊື່ອຖື, ສາສະໜາ ມີ 15 ຂໍ້ໃໝ່. ສິ່ງທີ່ໜ້າສົນໃຈນັ້ນແມ່ນໄດ້ກຳນົກ່ຽວກັບການເຄື່ອນໄຫວສາສະໜາຂອງຊາວຕ່າງປະເທດຢູ່ຫວຽດນາມ, ກຳນົດຜູ້ທີ່ພວມຖືກກັກຂັງ ໄດ້ຮັບການຕອບສະໜອງຄວາມຕ້ອງການໃນການເຊື່ອຖືສາສະໜາຂອງສ່ວນບຸກຄົນຕາມຂໍ້ກຳນົດຂອງກົດໝາຍ.
ກ່ຽວຂ້ອງເຖິງກົນໄກຄຸ້ມຄອງລັດໃນຂົງເຂດສາສະໜາ, ພະມະຫາອາຈານ ທິກບາວງຽມ, ຮອງປະທານສະພາບໍລິຫານສະມາຄົມພຸດທະສາສະໜາຫວຽດນາມ, ຖືວ່າ:
“ຕ້ອງເຮັດແນວໃດໃຫ້ກົດໝາຍວ່າດ້ວຍການເຊື່ອຖື, ສາສະໜາ ຮັບປະກັນເສີມຂະຫຍາຍດ້ານຕັ້ງໜ້າຂອງສາສະໜາ ເຂົ້າຮ່ວມການເຄື່ອນໄຫວສັງຄົມເຊັ່ນ: ການສຶກສາ, ສາທາລະນະສຸກ, ການເຄື່ອນໄຫວກຸສົນ. ຢາກເຮັດໄດ້ຄືແນວນັ້ນແມ່ນຕ້ອງເພີ່ມຂໍ້ມາດຕາຂອງກົດໝາຍນີ້ຕື່ມອີກ“
ຄວາມເຫັນສ່ວນຫຼາຍຖືວ່າ, ເລື່ອງກໍ່ສ້າງຮ່າງກົດໝາຍເພື່ອແນໃສ່ຄຸ້ມຄອງລັດກ່ຽວກັບການເຊື່ອຖື, ສາສະໜາ ແຕ່ກໍ່ຕ້ອງຮັບປະກັນເງື່ອນໄຂໃຫ້ສາສະໜາຕ່າງໆເຄື່ອນໄຫວໃນຂອບເຂດລັດຖະທຳມະນູນ ແລະ ກົດໝາຍ, ທັງຮັບປະກັນສິດເສລີໃນການເຊື່ອຖື, ສາສະໜາຂອງປະຊາຊົນ.