(VOVWORLD) - ສະມາຊິກສະພາແຫ່ງຊາດ ໄດ້ປະກອບຄຳເຫັນຕໍ່ຫຼາຍເນື້ອໃນສຳຄັນ, ພິເສດແມ່ນການຫຼຸດເວລາເສຍປະກັນສັງຄົມ ແຕ່ 20 ປີ ລົງເປັນ 15 ປີ ຈະໄດ້ຮັບເງິນບຳນານ, ເປີດກວ້າງເປົ້າໝາຍເຂົ້າຮ່ວມປະກັນສັງຄົມແບບບັງຄັບ, ກຳນົດຄືນເງື່ອນໄຂ, ມາດຕະຖານໄດ້ຮັບປະກັນສັງຄົມ 1 ຄັ້ງ…
ພາບບັນຍາກາດຂອງກອງປະຊຸມ (ພາບ: TTXVN) |
ໂດຍສືບຕໍ່ວາລະປະຊຸມຄັ້ງທີ 25, ຕອນເຊົ້າວັນທີ 17 ສິງຫາ, ຢູ່ຮ່າໂນ້ຍ, ຄະນະປະຈຳສະພາແຫ່ງຊາດ ໄດ້ປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍປະກັນສັງຄົມ (ສະບັບປັບປຸງ) ພາຍໃຕ້ການເປັນປະທານຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ. ສະມາຊິກສະພາແຫ່ງຊາດ ໄດ້ປະກອບຄຳເຫັນຕໍ່ຫຼາຍເນື້ອໃນສຳຄັນ, ພິເສດແມ່ນການຫຼຸດເວລາເສຍປະກັນສັງຄົມ ແຕ່ 20 ປີ ລົງເປັນ 15 ປີ ຈະໄດ້ຮັບເງິນບຳນານ, ເປີດກວ້າງເປົ້າໝາຍເຂົ້າຮ່ວມປະກັນສັງຄົມແບບບັງຄັບ, ກຳນົດຄືນເງື່ອນໄຂ, ມາດຕະຖານໄດ້ຮັບປະກັນສັງຄົມ 1 ຄັ້ງ…..
ນະທີ່ນີ້, ສະມາຊິກສະພາແຫ່ງຊາດສ່ວນຫຼາຍຖືວ່າ ຮ່າງກົດໝາຍ ໄດ້ສະແດງໃຫ້ເຫັນທັດສະນະຄົບຖ້ວນພໍສົມຄວນຂອງແຜນນະໂຍບາຍຂອງພັກ, ຕອບສະໜອງໄດ້ຕາມຄວາມຮຽກຮ້ອງສ້າງກົດໝາຍວ່າດ້ວຍປະກັນສັງຄົມໃຫ້ສົມບູນແບບ ແນໃສ່ຮັບປະກັນຊີວິດສັງຄົມ. ຕາມທ່ານນາງ ຫງວຽນທິແທັງ, ສະມາຊິກສະພາແຫ່ງຊາດ, ຫົວໜ້າຄະນະຮັບຜິດຊອບວຽກງານສະມາຊິກສະພາແຫ່ງຊາດ ແລ້ວ, ການກຳນົດຫຼຸດເວລາເສຍປະກັນສັງຄົມ ແຕ່ 20 ປີ ລົງເຫຼືອ 15 ປີ ແມ່ນເໝາະສົມ, ແນໃສ່ສ້າງເງື່ອນໄຂໃຫ້ແກ່ຄົນງານທີ່ມີອາຍຸສູງ ມີເວລາເຂົ້າຮ່ວມປະກັນສັງຄົມລະດັບຕ່ຳ ໄດ້ເຂົ້າເຖິງ ແລະ ຊົມໃຊ້ສິດຜົນປະໂຫຍດຂອງປະກັນສັງຄົມ.