ຮາມາດຄັດຄ້ານອິດສຣາແອນສືບສວນບັ້ນຮົບການທະຫານຢູ່ເຂດກາຊາ

ຮາມາດຄັດຄ້ານອິດສຣາແອນສືບສວນບັ້ນຮົບການທະຫານຢູ່ເຂດກາຊາ - ảnh 1
ທະ​ຫານ ອິດ​ສະ​ຣາ​ແອນ ຢູ່​ເຂດ​ຊາຍ​ແດນ​ລະ​ຫວ່າງ ອິ​ດ​ສະ​ຣາ​ແອນ ແລະ ເຂດ​ກາ​ຊາ
(ພາບ: AFP/TTXVN)

(vovworld) - ວັນ​ທີ 07/12, ຂ​ະ​ບວນ​ການ​ອິດ​ສ​ລາມ​​ຮາ​ມາດ ຂອງ​ປາ​ແລດ​ສ​ຕິນ ຖະ​ແຫຼງ​ປະ​ຕິ​ເສດ​ຂໍ້​ຕົກ​ລ​ົງ​ຂອງ​ອິດ​ສ​ຣາ​ແອນ ກ່ຽວ​ກັບ​ການ​ສືບ​ສວນບັ້ນ​ຮົບ​ການ​ທະ​ຫານ​ທີ່​ມີ​ຂອບ​ຂະ​ໜາດ​ໃຫຍ່​ທີ່​ແກ່​ຍາວ​ໃນ​ເວ​ລາ 50 ວັນ ເຊິ່ງກອງ​ທັບ​ອິດ​ສ​ຣາ​ແອນ ດຳ​ເນີນ​ແນ​ໃສ່​ເຂດ​ກາ​ຊາ ເມື່ອ​ຕົ້ນ​ເດືອນ 07 ຜ່ານ​ມາ. ໂຄ​ສົກ​ຂອງ​ຮາ​ມາດ, ທ່ານ  Fawzi Barhoum ຢືນ​ຢັນ​ວ່າ ຂໍ້​ຕົກ​ລົງ​ດັ່ງ​ກ່າວ​ຂອງ ແທນ​ອາ​ວີບ ແມ່ນ​ເພື່ອ​ແນ​ໃສ່ “ປົກປິດ​​ຄວາມ​ຈິງ ແລະ ສະ​ພາບ​ຕົວ​ຈິງ​ກຽວ​ກັບ​ການ​ລະ​ເມີດ​ບັນ​ດາ​ໂທດ​ສົງ​ຄາມ”. ທ່ານ Barhoum ກໍ່​ເນັ້​ນ​ໜັ​ກວ່າ “ຈະ​ແມ່ນ​ໄຮ້​ເຫດ​ຜົນ​ແມ່ນບໍ່​ອາດ​ຮັບ​ຮູ້​ໄດ້​ເລື່ອງ​​ນັກ​ໂທດເປັນ​ປະ​ທານ​ສານ”. ທ່ານກໍ່​ຢ້ຳຄືນ​ວ່າ ໃນ​ອະ​ດີດ​ຕະ​ການ, ບັນ​ດາ​ສານ​ຂອງ​ອິດ​ສ​ຣາ​ແອນ ເຄີຍ​ຕັດ​ສິນ​ປອດ​ໂທດ​ໃຫ້​ບັນ​ດາ​ນັກ​ໂທດ, ພ້ອມ​ທັງ​ໃຫ້​ຮູ້​ວ່າ “ສິ່ງ​ທີ່​ຕ້ອງ​ການ​ເ​ຮັດ​ໃນ​ປະ​ຈຸ​ບັນ​ແມ່ນ ສ້າງ​ເງື່ອນ​ໄຂ​ໃຫ້​ບັນ​ດາ​ຄະ​ນະ​ກຳ​ມະ​ການ​ສືບ​ສວນ​ຂອງ​ປະ​ຊາ​ຄົມ​ສາ​ກົນ ມາ​ຍັງ​ເຂດ​ກາ​ຊາ ແລະ ດຳ​ເນີນ​ການ​ສືບ​ສວນ​ສະ​ພາບ​ຕົວ​ຈິງ ແລະ ຮັບ​ຟັງ​​ຄວາມ​ເຫັນ​ຂອງບັນ​ດາ​ຜູ້​ຖືກ​ເຄາະ​ຮ້າຍ, ຕົວ​ພະ​ຍານ ແລະ ຄອບ​ຄົວ​ຂອງ​ເຂົາ​ເຈົ້າ”.


ຂ່າວ/ບົດ​ອື່ນ