(vovworld) -ໂດຍແກ່ຍາວແຕ່ວັນທີ 6/1 ເຖິງເດືອນ3 ໄລ່ຕາມຈັນທະປະຕິທິນ: ງານບຸນວັດເຮືອງ, ຢູ່ເມືອງ ມີດຶກ, ຮ່າໂນ້ຍ ແມ່ນໜຶ່ງໃນບັນດາງານບຸນໃຫຍ່ກວ່າໝູ່ຢູ່ພາກເໜືອໃນຊຸມວັນຕົ້ນລະດູບານໃໝ່. ຕາມຄະນະຈັດຕັ້ງແລ້ວ, ງານບຸນປີນີ້ມີການປ່ຽນແປງຫຼາຍຢ່າງ, ໃນນັ້ນລະບົບທາງຄົມມະນາຄົມເຂົ້າວັດເຮືອງໄດ້ມີທາງໃໝ່ຕື່ມອີກໜຶ່ງສາຍ, ຍົກຈຳນວນສາຍທາງເຂົ້າເຂດນີ້ຂຶ້ນ 4 ສາຍ, ປະກອບສ່ວນແກ້ໄຂສະພາບລົດຕິດໃນຊຸມວັນຈັດຕັ້ງງານບຸນ, ນອກນັ້ນ, ຄະນະຈັດຈັ້ງຍັງເພີ່ມຈຳນວນເຮືອແພຂົນສົ່ງແຂກຕື່ມອີກ, ພິເສດແມ່ນເອົາໃຈໃສ່ເປັນະເສດເຖິງການຮັບປະກັນຄວາມປອດໄພໃນການໄປມາທາງນຳ້ໃຫ້ແກ່ນັກທ່ອງທ່ຽວເຂົ້າຮ່ວມງານບຸນ. ນອກຈາກລາຍການເປີດງານບຸນທີ່ດຳເນີນໃນວັນທີ 6 ເດືອນໜຶ່ງແລ້ວ, ຍັງດຳເນີນການເຄື່ອນໄຫວຕ່າງໆຄືຄຳ່ຄືນອ່ານບົດກະວີ, ຈັດງານວາງສະແດງຮູບຖ່າຍວັດທຽນຈູ່, ແລະອື່ນ…