ຮ່າໂນ້ຍພົບປະກັບຜູ້ມີສິດເລືອກຕັ້ງ
ພາບປະກອບ
( vovworld ) – ຕອນເຊົ້າວັນທີ 17/4, ສະພາປະຊາຊົນ, ແນວໂຮມປະເທດຊາດຫວຽດນາມ ນະຄອນຮ່າໂນ້ຍ ໄດ້ຈັດການພົບປະກັບຜູ້ມີສິດເລືອກຕັ້ງ, ລາຍງານໝາກຜົນສະໄໝປະຊຸມເທື່ອທີ 4 ສະພາປະຊາຊົນນະຄອນຊຸດທີ 14. ນະທີ່ນີ້, ບັນດາຜູ້ມີສິດເລືອກຕັ້ງໄດ້ສຸມໃສ່ບັນດາບັນຫາການສຶກສາຄື: ເປີດກ້ວາງໂຮງຮຽນ, ມາດຕະການເພື່ອໃຫ້ນັກຮຽນໄດ້ຮ່ຳຮຽນໃນສະພາບແວດລ້ອມທັນສະໄໝ, ແຜນນະໂຍບາຍຍ້າຍບັນດາມະຫາວິທະຍາໄລອອກສູ່ເຂດຊານນະຄອນ…ກ່ຽວກັບບັນຫາກະສິກຳ, ຊົນນະບົດ, ຜູ້ມີສິດເລືອກຕັ້ງຖືວ່າ ສະໄໝປະຊຸມເທື່ອທີ 4 ສະພາປະຊາຊົນນະຄອນຮ່າໂນ້ຍ ຊຸດທີ 14 ໄດ້ຮັບຮອງເອົາການວາງແຜນກຳນົດກະສິກຳ, ສິ່ງດັ່ງກ່າວໄດ້ຊ່ວຍໃຫ້ຂະແໜງກະສິກຳ ແລະ ຊາວກະສິກອນພັດທະນາໃນໄລຍະທີ່ຈະມາເຖິງ. ກ່າວຄຳເຫັນທີ່ການພົບປະກັບຜູ້ມີສິດເລືອກຕັ້ງ, ທ່ານນາງ Ngo Thi Doan Thanh ປະທານສະພາປະຊາຊົນນະຄອນຮ່າໂນ້ຍ ສະເໜີໃຫ້ຕ້ອງເປີດເຜີຍບັນດາມະຕິ, ການວາງແຜນກຳນົດ ແລະ ນະໂຍບາຍພັດທະນາຊົນນະບົດເພື່ອໃຫ້ຜູ້ມີສິດເລືອກຕັ້ງໄດ້ຮັບຊາບ, ພ້ອມກັນປະຕິບັດ ແລະ ຕິດຕາມກວດກາການປະຕິບັດມະຕິ. ພ້ອມກັນນັ້ນຈະໂຄສະນາ ຂົນຂວາຍເພື່ອໃຫ້ປະຊາຊົນຮູ້ຈັກເຖິງການວາງແຜນກຳນົດ ແລະ ຕ້ອງມີການປະຕິບັດຂອງທັງລະບົບການເມືອງ ເພື່ອໃຫ້ມະຕິເຂົ້າສູ່ຊີວິດຕົວຈິງ ແລະ ເສີມຂະຫຍາຍຄຸນປະໂຫຍດ.