ຮ່າໂນ້ຍແມ່ນທ້ອງຖິ່ນທຳອິດຂອງຫວຽດນາມ ມີການວາງແຜນກຳນົດກ່ຽວກັບ ວັດທະນະທຳ

ຮ່າໂນ້ຍແມ່ນທ້ອງຖິ່ນທຳອິດຂອງຫວຽດນາມ ມີການວາງແຜນກຳນົດກ່ຽວກັບ ວັດທະນະທຳ - ảnh 1
( ເຂດ​ຖະໜົນເກົ່າ ຮ່າໂນ້ຍ )

(vovworld) – ​    ​​ໃນ​ວາລະ​ປະຊຸມ​​ຕອນ​ບ່າຍ​ວັນ​ທີ 12/7, ກອງ​ປະຊຸມ​ຄັ້ງ​ທີ 5, ສະພາ​ປະຊາຊົນ​ນະຄອນ​ຮ່າ​ໂນ້ຍ​ ​ໄດ້​ປຶກສາ​ຫາລື ​ແລະ ຮັບຮອງ​ເອົາ​ມະຕິ​ກ່ຽວ​ກັບ​​ການວາງແຜນກຳນົດດ້ານ​ວັດທະນະທຳ ​ແລະ ການ​ທ່ອງ​ທ່ຽວ. ດ້ວຍ​ການ​ຮັບຮອງ​ເອົາ​ມະຕິ​ກ່ຽວ​ກັບ​​ແຜນກຳນົດວັດທະນະທຳ, ຮ່າ​ໂນ້ຍ ​ແມ່ນ​ທ້ອງ​ຖິ່ນ​​ທຳ​ອິດ​ໃນ​ທົ່ວ​ປະ​ເທດ​ປະຕິບັດ​ການວາງແຜນກຳນົດ​ນີ້ ​ເພື່ອ​ແນ​ໃສ່​ສ້າງ​ວັດທະນະທຳ​ຮ່າ​ໂນ້ຍ ​ໃຫ້​ສົມ​ກັບ​ທີ່​ຕັ້ງ​ບົດບາດ​​ເປັນສູນກາງ​ການ​ເມືອງ, ​ເສດຖະກິດ, ວັດທະນະທຳ​ຂອງ​ທົ່ວ​ປະ​ເທດ. ການ​ວາງແຜນກຳນົດ​ນີ້​ລວມມີ 11 ​ເນື້ອ​ໃນ, ​ໃນ​ນັ້ນ​ມີ​ການ​ແຜນກຳນົດ​ລະບົບ​ຫໍພິພິດທະພັນ, ສວນສາທາລະນະ, ການພັ​ດທະນາ​ຟິມຮູບ​ເງົາ; ການ​ເຄື່ອນ​ໄຫວ​ສີ​ລະ​ປະ​ການ​ສະ​ແດງ ​ແລະ ການວາງ​ແຜນກຳນົດ​ລະບົບ​ຫໍສະໝຸດ… ພິ​ເສດ​ຮອດ​ປີ 2015, ນະຄອນ​ຮ່າ​ໂນ້ຍ ຈະປະຕິບັດ​ການ​ອະນຸລັກ ​​ແລະ ບຸລະນະ​ປະຕິສັງ​ຂອນ​ເຂດ​ຖະໜົນເກົ່າ.

ສະພາ​ປະຊາຊົນ​ນະຄອນ​ຮ່າ​ໂນ້ຍ ກໍ​ໄດ້​ຮັບຮອງ​ເອົາ​ມະ​ຕິ​ກ່ຽວ​ກັບການວາງແຜນກຳນົດ​ການທ່ອງທ່ຽວ. ​ເຊິ່ງຕາມ​ນັ້ນ​ແລ້ວ, ຮອດ​ປີ 2020, ການທ່ອງທ່ຽວ​ຮ່າ​ໂນ້ຍ ຈະ​ກາຍ​ເປັນຂະ​ແໜງ​ເສດຖະກິດ​ປາຍ​ແຫຼມ​ຢ່າງ​​ແທດຈິງ, ​ເຮັດ​ໃຫ້ຮ່າ​ໂນ້ຍ ກາຍ​ເປັນຈຸດ​ນັດພົບ​ທີ່​ດູດ​ດື່ມ ​ແລະ ມີ​ລະດັບ​ສາກົນ.

ຂ່າວ/ບົດ​ອື່ນ