ຮ່າໂນ້ຍແລະມົດສະກູເພີ່ມທະວີການຮ່ວມມືໃນຫລາຍຂົງເຂດ

ຮ່າໂນ້ຍແລະມົດສະກູເພີ່ມທະວີການຮ່ວມມືໃນຫລາຍຂົງເຂດ - ảnh 1
ທ່ານ ຫງວຽນ​ເທ໋ຖາວ ປະທານ​ນະຄອນ ຮ່າ​ໂນ້ຍ
​ຕ້ອນຮັບທ່ານ Andrei Vorobyov ຜູ້​ວ່າການ​​ແຂວງ ມົດ​ສະ​ກູ
(ພາບ: AnDang/TTXVN)

(vovworld) –  ວັນ​ທີ 22/10, ການ​ນຳ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ຮ່າ​ໂນ້ຍ ມີ​ການ​ຕ້ອນຮັບ ​ແລະ ​ເຮັດ​ວຽກ​ກັບ​ຄະນະ​ຜູ້​ແທນ​ແຂວງ ມົດ​ສະ​ກູ (ສະຫະພັນ ລັດ​ເຊຍ) ​ໂດຍ​ທ່ານ Andrei Vorobyov ຜູ້​ວ່າການ​​ແຂວງ ມົດ​ສະ​ກູ ນຳ​ໜ້າ. ທີ່​ການ​ຕ້ອນຮັບ, ທ່ານ ຫງວຽນ​ເທ໋ຖາວ ປະທານ​ຄະນະ​ກຳ​ທິ​ການ​ປະຊາຊົນ​ນະຄອນ ຮ່າ​ໂນ້ຍ ປາດ​ຖະໜາ​ວ່າ ໃນ​ໄລຍະ​ຈະ​ມາ​ເຖິງ, ​ແຂວງ ມົດ​ສະ​ກູ ​ແລະ ຮ່າ​ໂນ້ຍ ຈະສືບ​ຕໍ່​ມີ​ການ​ຮ່ວມ​ມື​ຕື່ມ​ອີກ​ກ່ຽວ​ກັບ​ດ້ານວິ​ທະ​ຍາ​ສາດ, ການ​ຄ້າ, ​ເສດຖະກິດ, ການ​ສຶກສາ…​ນະຄອນ ຮ່າ​ໂນ້ຍ ​ໃຫ້​ຄຳ​ໝັ້ນ​ສັນຍາຈະ​ສ້າງ​ເງື່ອນ​ໄຂ​ສະດວກ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ, ນັກ​ລົງທຶນ ສະຫະພັນ ​ລັດ​ເຊຍ ​ເຂົ້າ​ມາລົງທຶນ, ພັດທະນາ​ດຳ​​ເນີນ​ທຸ​ລະ​ກິດ​ຢູ່ ຮ່າ​ໂນ້ຍ.

        ສ່ວນ​ທ່ານ Andrei Vorobyov ຜູ້​ວ່າການ​​ແຂວງ ມົດ​ສະ​ກູ ​ໃຫ້​ຮູ້​ວ່າ: ການ​ຢ້ຽ​ມຢາມ ​ແລະ ​ເຮັດ​ວຽກ​ໃນ​ຄັ້ງ​ນີ້ ​ແນ​ໃສ່​ຈຸດປະສົງ​ຊອກ​ຮູ້, ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ດ້ານການ​ຄ້າ, ​ເສດຖະກິດ​ລະຫວ່າງ ມົດ​ສະ​ກູ ກັບ ຮ່າ​ໂນ້ຍ ​ແລະ ບັນດາ​ແຂວງ, ນະຄອນ​ຂອງ ຫວຽດນາມ. ທ່ານ Andrei Vorobyov ກໍ​ໃຫ້​ຮູ້​ວ່າ: ຝ່າຍ​ ລັດ​ເຊຍ ສະໜັບສະໜູນ ​ແລະ ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ບັນດາ​ໂຄງການ​ຂອງ​ວິ​ສາ​ຫະກິດ ຫວຽດນາມ ລົງທຶນ​ເຂົ້າ​ແຂວງ ມົດ​ສະ​ກູ;  ປາດ​ຖະໜາ​ຢາກ​​ຊຸກ​ຍູ້​ໂຄງການ​ໄຟຟ້າ​ນິວ​ເຄຼຍ ນິງທ້ວນ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ກັ່ນ​ຕອງນ້ຳມັນ.

ຂ່າວ/ບົດ​ອື່ນ