ປະຊາຊົນ ເກຼັກເດີນຂະບວນຄັດຄ້ານນະໂຍບາຍຮັດເຂັມຂັດ
(ພາບ: ສຳນັກຂ່າວສານຊິນຮວາ/TTXVN)
|
(vovworld)- 3 ມື້ ພາຍຫລັງການກຳນົດເວລາສຸດທ້າຍ ເກຼັກ ຕ້ອງຊຳລະຫນີ້ສິນໃຫ້ກອງທຶນເງິນຕາສາກົນ (IMF), ກອງທຶນຮັກສາການເງິນພາກພື້ນໃຊ້ສະກຸນເງິນເອີໂຣໃຫ້ເປັນປົກກະຕິ ໄດ້ຖະແຫລງຢ່າງເປັນທາງການວ່າ Athens ບໍ່ສາມາດຊຳລະຫນີ້ສິນໄດ້. ກອງທຶນຮັກສາການເງິນພາກພື້ນໃຊ້ສະກຸນເງິນເອີໂຣ ຍົກອອກຄຳຖະແຫລງດັ່ງກ່າວກ່ອນທີ່ດຳເນີນການລົງປະຊາມະຕິຢູ່ ເກັຼກ ກ່ຽວກັບນະໂຍບາຍເສດຖະກິດຮັດເຂັມຂັດ ແຕ່ບໍ່ສະເຫນີ Athens ຕ້ອງຊຳລະບັນດາບ້ວງຫນີ້ຢ່າງທັນທີ. ຜູ້ອຳນວຍການກອງທຶນດັ່ງກ່າວໃຫ້ຮູ້ວ່າ: ເລື່ອງຍົກອອກ ຄຳຖະແຫລງດັ່ງກ່າວພວມກໍ່ຄວາມວິຕົກກັງວົນຢ່າງເລິກເຊິ່ງ ແລະ ຈະເຮັດໃຫ້ພື້ນຖານເສດຖະກິດ ກໍຄືລັດຖະບານ, ປະຊາຊົນ ເກັຼກ ປະສົບກັບຄວາມຫຍຸ້ງຍາກທີ່ສຸດ.