ເກີດການໃຊ້ຄວາມຮຸນແຮງຄັ້ງໃຫມ່ຢູ່ ປາກິດສະຖານ

 ເກີດການໃຊ້ຄວາມຮຸນແຮງຄັ້ງໃຫມ່ຢູ່ ປາກິດສະຖານ  - ảnh 1
ສົ່ງຜູ້ຖືກບາດເຈັບຈາກເຫດຍິງປືນໄປໂຮງໝໍ
ພາບ:saigonnew.vn


(vovworld) -  ວັນ​ທີ 22/5 ​ເຫດ​ຍິງ​ປືນ​ໄດ້​ເກີດ​ຂຶ້ນ​ຢູ່ ນະຄອນ Karachi ພາກ​ໃຕ້ ປາ​ກິດ​ສະຖານ ​ໄດ້​ເຮັດ​ໃຫ້ 11 ຄົນ​ເສຍ​ຊີວິດ ​ແລະ 40 ຄົນ​ຖືກ​ບາດ​ເຈັບ. ຕຳຫລວດ​ໃຫ້​ຮູ້​ວ່າ: ​ເຫດການ​ດັ່ງກ່າວ​ເກີດ​ຂຶ້ນ​ພາຍຫລັງ​ມື​ປືນ​ທີ່​ບໍ່​ທັນ​ຮູ້​ຊື່​ໄດ້​ຍິງ​ປືນໃສ່​ຊຸມ ຊົນ​ທີ່​ພວມ​ເຕົ້າ​ໂຮມ​ກັນ​ຢູ່​ຕະຫລາດ Jonal ນະຄອນ Karachi ຊຶ່ງ​ເຮັດ​ໃຫ້ 6 ຄົນ​ຖືກ​ບາດ​ເຈ​ັບ. ກຸ່ມ​ຄົນ​ເຫລົ່າ​ນັ້ນໄດ້​ຈູດ​ເຜົາ​ລົດ​ໂອ​ໂຕ ​ແລະ ຮ້ານ​ຂາຍ​ເຄື່ອງ​ເພື່ອ​ຄັດຄ້ານ​ເຫດ​ຍິງ​ປືນ​ດັ່ງກ່າວ. ຫລັງ​ຈາກ​ນັ້ນ ການ​ໃຊ້​ຄວາມ​ຮຸນ​ແຮງ​ໄດ້​ແຜ່​ລາມ​ອອກ​ຢ່າງ​ວ່ອງ​ໄວ​ໄປ​ສູ່​ຫລາຍ​ເຂດ​ໃນ​ນະຄອນ ຊຶ່ງ​ເຮັດ​ໃຫ້ 11 ຄົນ​​ເສຍ​ຊີວິດ ​ແລະ 35 ຄົນ​ຖືກ​ບາ​ເຈັບ. ພາຍຫລັງ​ເຫດການ​ດັ່ງກ່າວ​ເກີດ​ຂຶ້ນ ພາລະ​ກອນ​ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ຕຳຫລວດ​ຈຳນວນ​ຫນຶ່ງ ​ຖືກ​ຈັດສົ່ງ​​ເຖິງ​ບໍລິ​ເວນ​ເກີດ​ເຫດ ​ເພື່ອ​ປ້ອງ​ກັນ​ຄວາມ​ສະຫງົບ​ຢູ່​ເຂດ​ນີ້. ​

ຂ່າວ/ບົດ​ອື່ນ