ເກີດເຫດວາງລະເບີດຢູ່ ປາກິດສະຖານ

ເກີດເຫດວາງລະເບີດຢູ່ ປາກິດສະຖານ  - ảnh 1

ສົບຂອງບັນດາຜູ້ເສຍຊີວິດຈາກເຫດ​ວາງ​ລະ​ເບີດ​ຢູ່ Peshawar ເມື່ອວັນທີ 31/8 (Ảnh: Reuters)



Vovworld- ​ມີ​ຜູ້​ເສຍ​ຊີວິດ​ຢ່າງ​ໜ້ອຍ 11 ຄົນ ​ແລະ ອີກ 16 ຄົນ​ໄດ້​ຮັບ​ບາດ​ເຈັບ​ໃນ​ເຫດ​ວາງ​ລະ​ເບີດ​ທີ່​ໄດ້​ເກີດ​ຂຶ້ນ​ເມື່ອ​ວັນ​ທີ 31/8 ຢູ່​ນະຄອນ Peshawar ທາງ​ທິດຕາ​ເວັນ​ຕົກ​ສ່ຽງ​ເໜືອ​ຂອງ ປາ​ກິດ​ສະຖານ ​. ຕຳຫຼວດ ປາ​ກິດ​ສະຖານ​ໃຫ້​ຮູ້​ວ່າ : ລູດລະ​ເບີດ​ຖືກ​ຫ້າງ​ໄວ້​ໃນ​ລົດ​ໂອ​ໂຕ​ຄັນ​ໜຶ່ງ​ມີ​ລະບົບ​ບັນຊາ​ທາງ​​ໄກ ຊຶ່ງ​ຖືກ​ຈອດ​ຢູ່​ເຂດ​ຕະຫຼາດ​ຊຸມ​ຊົນ​ຢູ່​ເຂດ​ຊານ​ນະຄອນ Peshawar . ມີ​ຮ້ານ​ຄ້າ​ກ່ວາ 10 ​ແຫ່ງ​ຖືກ​ທຳລາຍ​ຈາກ​ເຫດ​ວາງ​ລະ​ເບີດ​ດັ່ງກ່າວ . ຜູ້​ຮັບ​ເຄາະ​ຮ້າຍ 5 ຄົນ ​ໃນ​ຈຳນວນ 16 ຄົນ​ໄດ້​ຮັບ​ບາດ​ເຈັບ​ດັ່ງກ່າ​ວ ​ແມ່ນ​ພວມ​ຢູ່​ໃນ​ອາການ​ເປັນ​ອັນ​ຕາລາ​ຍທີ່​ສຸດ.
  ຍັງບໍ່​ທັນມີ​ສ່ວນ​ບຸກຄົນ ຫຼື​ອົງການ​ໃດໆ​ອອກ​ກ່າວ​ຮັບຜິດຊອບ​ກ່ຽວ​ກັບ ເຫດ​ວາງ​ລະ​ເບີດ​ດັ່ງກ່າວ​ເທື່ອ. ​ແຕ່​ຕົວ​ການ ອາດ​ຈະ​ແມ່ນ​ກຸ່ມ​ກຳລັງ​ກະບົດ​ພວມ ​ອາ​ລະວາ​ດຢູ່​ເຂດ ທາງ​ທິດຕາ​ເວັນ​ຕົກ​ສ່ຽງ​ເໜືອ​ຂອງ ປາ​ກິດ​ສະຖານ, ລວມທັງ​ພວກ​ຕາ​ລິ​ບານ.

ຂ່າວ/ບົດ​ອື່ນ