ເກີດເຫດແຜ່ນດິນໄຫວມີຄວາມແຮງ 7,1 ຣີກເຕີ ຢູ່ເກາະ Sulaweisi, ປະເທດອິນໂດເນເຊຍ

(VOVWORLD) -ວັນທີ 07 ກໍລະກົດ, ຢູ່ເຂດແຄມທະເລທາງທິດຕາເວັນອອກສ່ຽງເໜືອ ເກາະ Sulaweisi, ປະເທດອິນໂດເນເຊຍ ໄດ້ເກີດເຫດແຜນດິນໄຫວມີຄວາມແຮງ 7,1 ຣີກເຕີ

ເກີດເຫດແຜ່ນດິນໄຫວມີຄວາມແຮງ 7,1 ຣີກເຕີ ຢູ່ເກາະ Sulaweisi, ປະເທດອິນໂດເນເຊຍ - ảnh 1

ເກີດເຫດແຜ່ນດິນໄຫວມີຄວາມແຮງ 7,1 ຣີກເຕີ ຢູ່ເກາະ Sulaweisi 

(ພາບ: Dailymail TTXVN)

ເຮັດໃຫ້ເຈົ້າໜ້າທີ່ຕ້ອງປະກາດເຕືອນໄພເກີດຄື້ນຟອງຍັກ, ພ້ອມທັງຮຽກຮ້ອງໃຫ້ປະຊາຊົນທີ່ພວມຕົກໃນສະພາບກົວອອກຈາກປະລະເຮືອນຊານ ຕຶກອາຄານ. ຕາມອົງການພູມມີປະເທດອິນໂດເນເຊຍ ແລ້ວ, ຈຸດເກີດແຜ່ນດິນຢູ່ໃຕ້ທະເລເລິກ 10 ກ.ມ.

        ເຖິງຢ່າງໃດກໍ່ຕາມ, ຕົວເລກຂອງອົງການສຳຫຼວດທໍລະນີອາເມລິກາ (USGS) ຊີ້ໃຫ້ເຫັນວ່າ, ເຫດແຜ່ນດິນໄຫວນີ້ມີຄວາມແຮງ 6,9 ຣີກເຕີ, ຈຸດເກີດແຜ່ນດິນໄຫວຢູ່ເລິກ 24 ກ.ມ ໃນເຂດທະເລ Molicca, ນອນຢູ່ໃຈກາງທາງທິດເໜືອເກາະ Sulaweisi ແລະ ທາງທິດເໜືອໝູ່ເກາະ Maluku. ມາຮອດປະຈຸບັນ, ຍັງບໍ່ທັນມີລາຍງານກ່ຽວກັບຜູ້ເສຍຊີວິດ ຫຼື ຄວາມເສຍຫາຍເທື່ອ.

ຕອບກັບ

ຂ່າວ/ບົດ​ອື່ນ