(vovworld) – ວັນທີ 02/04, ຢ່ອງໜ້ອຍຊຸດທີ 17 ຄົນເສຍຊີວິດ ແລະ 50 ຄົນຖືກຮັບບາດເຈັບໃນເຫດວາງສະເບີດສະຫຼະຊີບທີ່ເກີດຂຶ້ນຢູ່ນະຄອນ Khost ຂຶ້ນກັບເມືອງເອກ Khost, ທາງທິດຕາເວັນອອກ ອາບການິດສຖານ. ປະຈຸບັນ, ຍັງບໍ່ທັນມີກຸ່ມໃດກ່າວຮັບຜິດຊອບຕໍ່ເຫດບຸກໂຈມຕີດັ່ງກ່າວເທື່ອ, ແຕ່ການວາງລະເບີດສະຫຼະຊີບແມ່ນວິທີເຊິ່ງກຸ່ມກະບົດ Taliban ເຄີຍນຳໃຊ້ເປັນປະຈຳ. ບັນດາເຫດບຸກໂຈມຕີແນໃສ່ກຳລັງປ້ອງກັນຄວາມສະຫງົບ, ແຕ່ໄດ້ກໍ່ຄວາມລົ້ມຫາຍຕາຍຈາກໃຫ້ສາມັນຊົນ. ໃນບົດລາຍງານຫວ່າງແລ້ວນີ້ຂອງສະຫະປະຊາຊາດ ໃຫ້ຮູ້ວ່າ, ຈຳນວນສາມັນຊົນເສຍຊີວິດ ແລະ ຮັບບາດເຈັບຢູ່ອາບການິດສຖານ ໄດ້ເພີ່ມຂຶ້ນ 22% ໃນປີ 2014, ດ້ວຍຈຳນວນຜູ້ຖືກບາດເຈັບ ແລະ ເສຍຊີວິດຂຶ້ນເຖິງ 10.548 ຄົນ, ໃນສະພາບທີ່ອົງການ NATO ສິ້ນສຸດໜ້າທີ່ສູ້ຮົບຕ້ານຕາລີບານ ຢູ່ປະເທດນີ້.