ທ່ານປະທານປະເທດ ເຈືອງເຕີນຊາງ ເຂົ້າຮ່ວມພິທີ
(ພາບ: Nguyễn Khang - TTXVN)
|
(vovworld) – ຕອນຄ່ຳວັນທີ 26/4, ແຂວງ ຮືງອຽນ ໄດ້ຈັດຕັ້ງພິທີຮັບໃບຢັ້ງຢືນ ເຂດປູຊະນີຍະສະຖານ ໂຟ໋ຮ໋ຽນ ເປັນເຂດປູຊະນີຍະສະຖານລະດັບຊາດພິເສດ ແລະ ໄຂບັນດາງານບຸນວັດທະນະທຳພື້ນເມືອງ ໂຟ໋ຮ໋ຽນ ປີ 2015. ທ່ານປະທານປະເທດ ຫວຽດນາມ ເຈືອງເຕີນຊາງ ແລະ ຜູ້ຕາງໜ້າການນຳບາງກະຊວງ, ຂະແໜງການສູນກາງ, ທ້ອງຖິ່ນພ້ອມກັບພໍ່ແມ່ປະຊາຊົນໃນແຂວງ ຮືງອຽນ ເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ. ອວຍພອນ ແຂວງ ຮືງອຽນ ໃນວັນໄຂງານບຸນ ໂຟ໋ຮ໋ຽນ ແລະ ຕ້ອນຮັບໃບຢັ້ງຢືນເປັນປູຊະນີຍະສະຖານພິເສດ, ທ່ານນາງລັດຖະມົນຕີຊ່ວຍວ່າການກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ດັ້ງທິບີກລຽນ ເນັ້ນໜັກວ່າ: ເຂດປູຊະນີຍະສະຖານ ໂຟ໋ຮ໋ຽນ ບໍ່ພຽງແຕ່ແມ່ນປູຊະນີຍະສະຖານທີ່ລຳ້ຄ່າເທົ່ານັ້ນ ຫາກຍັງນຳມາເຊິ່ງຄວາມໝາຍດ້ານການສຶກສາມູນເຊື້ອໃຫ້ແກ່ລຸ້ນຫຼັງ, ປະກອບສ່ວນດຶງດູດແຂກທັງຢູ່ພາຍໃນ ແລະ ຕ່າງປະເທດ. ແຂວງ ຮືງອຽນ ຄວນສຸມໃສ່ຍູ້ແຮງການໂຄສະນາໃຫ້ປະຊາຊົນກ່ຽວກັບຄວາມເອກອ້າງທະນົງໃຈຕໍ່ບ້ານເກີດເມືອງນອນ, ຜັນຂະຫຍາຍບັນດາໂຄງການອະນຸລັກຮັກສາຕົວເມືອງເກົ່າ ໂຟ໋ຮ໋ຽນ, ນຳ ໂຟ໋ຮ໋ຽນ ກາຍເປັນສະຖານທີ່ທ່ອງທ່ຽວທີ່ດຶງດູດ.