ເຈລະຈາກ່ຽວກັບສົນທິສັນຍາສັນຕິພາບລະຫວ່າງ ລັດເຊຍ - ຍີ່ປຸ່ນ ຈະໄດ້ສືບຕໍ່ປະຕິບັດ

(VOVWORLD) - ວັນທີ 16 ກັນຍາ, ໂຄສົກວັງ Kremlin ແຫ່ງສະຫະພັນ ລັດເຊຍ ທ່ານ Dmitry Peskov ຖະແຫຼງວ່າ,
ເຈລະຈາກ່ຽວກັບສົນທິສັນຍາສັນຕິພາບລະຫວ່າງ ລັດເຊຍ - ຍີ່ປຸ່ນ ຈະໄດ້ສືບຕໍ່ປະຕິບັດ - ảnh 1  (ພາບປະກອບ/Kyodo/TTXVN)

 ການເຈລະຈາກ່ຽວກັບສົນທິສັນຍາສັນຕິພາບລະຫວ່າງ ລັດເຊຍ ແລະ ຍີ່ປຸ່ນ ຈະໄດ້ສືບຕໍ່ປະຕິບັດ ແລະ ແຕ່ລະຝ່າຍລ້ວນແຕ່ມີບັນດາຂອບເຂດຈຳກັດ ແລະ ສີສັນສະເພາະໃນການສຳພັດ, ແຕ່ກ່ຽວກັບດ້ານຍຸດທະສາດ, ການນຳ 2 ປະເທດໄດ້ຢືນຢັນເຈດຈຳນົງການຮ່ວມມື ເພື່ອລົງນາມໃນສົນທິສັນຍາສະບັບໃໝ່. ໃນບົດກ່າວຄຳເຫັນຊຶ່ງໄດ້ຖ່າຍທອດຜ່ານຊ່ອງໂທລະພາບ Rossuya 1, ທ່ານ Peskov ຊີ້ແຈ້ງວ່າ ບັນດາການເຈລະຈາຈະໄດ້ສືບຕໍ່ປະຕິບັດ. ເປັນທີ່ຈະແຈ້ງແລ້ວວ່າ ແຕ່ລະຝ່າຍລ້ວນແຕ່ມີຂອບເຂດຈຳກັດສະເພາະຍ້ອນບາງສາຍເຫດ, ມີສີສັນຫລາຍຢ່າງໃນການສຳພັດ, ແຕ່ວ່າ ກ່ຽວກັບດ້ານຍຸດທະສາດ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ແລະ ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ຢືນຢັນເຈດຈຳນົງກະທຳເພື່ອສົມທິສັນຍາສັນຕິພາບ.

ຕອບກັບ

ຂ່າວ/ບົດ​ອື່ນ