ເຈລະຈານະໂຍບາຍປ້ອງກັນຊາດຫວຽດນາມແລະອາເມລິກາຄັ້ງທີ4

ເຈລະຈານະໂຍບາຍປ້ອງກັນຊາດຫວຽດນາມແລະອາເມລິກາຄັ້ງທີ4 - ảnh 1
ຫວຽດນາມ ​ແລະ ອາ​ເມ​ລິ​ກາດຳເນີນການ​ເຈລະຈາ​ນະ​ໂຍບາຍ​ປ້ອງ​ກັນຊາ​ດຂັ້ນ​ຮອງ​ລັດຖະມົນຕີ


(vovworld)- ​ໃນ​ວັນ​ທີ 28-29/10 ຢູ່ ນະຄອນຫລວງ ວໍ​ຊັງ​ຕັນ ດີ​ຊີ ຂອງ​ອາ​ເມ​ລິ​ກາ, ຫວຽດນາມ ​ແລະ ອາ​ເມ​ລິ​ກາ ​ໄດ້​ຈັດ​ຕັ້ງ​ການ​ເຈລະຈາ​ນະ​ໂຍບາຍ​ປ້ອງ​ກັນຊາ​ດຂັ້ນ​ຮອງ​ລັດຖະມົນຕີ. ທີ່​ການ​ເຈລະຈາ​ຄັ້ງ​ນີ້, ສອງ​ຝ່າຍ​ໄດ້​ແລກປ່ຽນ, ຕີ​ລາຄາ​ວິວັດ​ການ​ຮ່ວມ​ມື​ດ້ານ​ການ​ທະຫານ, ການ​ປ້ອງ​ກັນຊາ​ດສອງ​ຝ່າຍ, ສະພາບ​ຄວາມ​ສະຫງົບ​ຢູ່​ພາກ​ພື້ນ ​ແລະ ບັນດາບັນຫາທີ່​ຕ່າງຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ,​​ໃນ​ນັ້ນ ມີ​ຄວາມ​ເສລີ​, ຄວາມ​ປອດ​ໄພໃນ​ການ​ເດີນ​ທະ​ເລ ​ແລະ ບັນດາ​ຄວາ​ມສ່ຽງ​ອາດ​ຈະ​ນາບ​ຂູ່​ເຖິງ​ສັນຕິພາບ, ສະຖຽນ​ລະ​ພາບ​ຢູ່​ພາກ​ພື້ນ. ຫວຽດນາມ ​ແລະ ອາ​ເມ​ລິ​ກາ ​ໄດ້​ແບ່ງປັນ​ທັດສະນະ​ລວມກ່ຽວ​ກັບ​ການ​ແກ້​ໄຂ​ທຸກ​ບັນຫາ​ທີ່​ກ່ຽວຂ້ອງ​ເຖິງ​ຄວາມ​ໝັ້ນຄົງ, ຄວາມ​ປອດ​ໄພ​ກໍ​ຄື​ການ​ພິພາດ​ອະທິປະ​ໄຕ​ຢູ່​ທະ​ເລ​ລະຫວ່າງ​ບັນດາ​ປະ​ເທດ​ຢູ່​ເຂດ​ທະ​ເລ ອາຊີ​ຕາ​ເວັນ​ອອກ, ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ​ໂດຍ​ສັນຕິ​ວິທີ ຜ່ານ​ການ​ເຈລະຈາ​ທາງ​ການ​ທູດ, ປະຕິບັດ​ຕາມ​ກົດໝາຍ​ສາກົນ, ສົນທິສັນຍາ ສປຊ ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982 ​ແລະ ບັນດາ​ຂໍ້​ຕົກລົງ​ລະຫວ່າງ ອາ​ຊຽນ ​ແລະ ຈີນ ​ໃນ​ການ​ແກ້ໄຊ​ບັນດາ​ບັນຫາ​ບົນ​ທະ​ເລ. ສອງ​ຝ່າຍ​ຕີ​ລາຄາ​ສູງ​ວິວັດ​ການ​ຮ່ວມ​ມື​ປ້ອງ​ກັນຊາ​ດ​ໃນ​ຂອບ​ເຂດ​ກອງ​ປະຊຸມ​ລັດຖະມົນຕີ​ກະຊວງ​ປອ້ງກັນ​ປະ​ເທດ ອາ​ຊຽນ ​ເປີດ​ກວ້າງ ​ແລະ ຖື​ວ່າ ນີ້​ແມ່ນ​ຫນຶ່ງ​ໃນ​ບັນດາ​ອົງ​ປະກອບ​ຄວາມ​ໝັ້ນຄົງ​ໃຫມ່​ທີ່​ພວມ​ພົ້ນເດັ່ນ, ພວມ​ໄດ້​ຮັບ​ການ​ເພີ່ມ​ທະວີ ​ແລະ ຊຸກຍູ້​ຢ່າງ​ແຂງ​ແຮງ. ຝ່າຍ ອາ​ເມ​ລິ​ກາ ຕີ​ລາຄາ​ສູງ​ບົດບາດ​ຂອງ​ຫວຽດນາມ​ໃນ​ບັນດາ​ຂອບ​ເຂດ​ການ​ຮ່ວມ​ມື​ຫລາຍ​ຝ່າຍ ​ແລະ ພາກ​ພື້ນ, ປາດ​ຖະຫນາ​ເພີ່ມ​ທະວີ​ການ​ພົວພັນ​ກັບ​ຫວຽດນາມ ​ແລະ ບັນດາ​ປະ​ເທດ​ອາ​ຊຽນອື່ນ ​ເພື່ອ​ຊຸກຍູ້​ການ​ສ້າງ​ຄວາມ​ໄວ້​ເນື້ອເຊື່ອໃຈ ​ແລະ ບັນດາ​ຂົງ​ເຂດ​ຮ່ວມ​ມື​ລະອຽດ. ອາ​ເມ​ລິ​ກາ ໝັ້ນ​ໝາຍ​ສື​ບຕໍ່​ເພີ່ມ​ທະວີ​ການ​ຫນູນ​ຊ່ວຍ​ຫວຽດນາມ ​ແກ້​ໄຂ​ບັນດາ​ບັນຫາ​ລ້າງ​ທາດ​ພິດ ​ດີ​ໂອ​ຊີ​ນ, ​ເກັບ​ກູ້​ລູກ​ລະ​ເບີດ​ບໍ່​ທັນ​ແຕກ​ຫລັງ​ສົງຄາມ, ຊຸກຍູ້​ການ​ຊອກຫາ, ກູ້​ໄພ​ກູ້​ຊີບ​, ຫລຸ​ດຜ່ອນ​ໄພ​ທຳ​ມະ​ຊາດ. ພິ​ເສດ ອາ​ເມ​ລິ​ກາ ພ້ອມ​​ແລ້ວ​ທີ່ຈະເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ຢູ່​ສອງ​​ຝັ່ງ​ທະ​ເລ​ສອງ​ປະ​ເທດ​ກໍ​ຄື​ໃນ​ການ​ບຳລຸງ​ສ້າງ​ຢູ່​ບັນດາ​ໂຮງຮຽນ​ການ​ທະຫານ ​ແລະ ບັນດາ​ໂຄງການ​ສຶກສາ​ສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ