ເຈົ້າໜ້າທີ່ ສປປ.ເກົາຫຼີ ແລະ ລັດເຊຍ ປຶກສາຫາລືກະກຽມການພົບປະສຸດຍອດ

(VOVWORLD) -ທ່ານ Kim Jong –un ອາດຈະດໍາເນີນການຢ້ຽມຢາມລັດເຊຍ
ເຈົ້າໜ້າທີ່ ສປປ.ເກົາຫຼີ ແລະ ລັດເຊຍ ປຶກສາຫາລືກະກຽມການພົບປະສຸດຍອດ - ảnh 1 ທ່ານຮອງລັດຖະມົນຕີການຕ່່າງປະເທດ ສປປ.ເກົາຫຼີ Sin Hong – chol  (ພາບ: YONHAP NEWS)

ວັນທີ 30 ຕຸລາ, ທ່ານຮອງລັດຖະມົນຕີການຕ່່າງປະເທດ ສປປ.ເກົາຫຼີ Sin Hong – chol ໄດ້ມີການພົບປະກັບຄູ່ຕໍາແໜ່ງລັດເຊຍ Igor Morgulov ຢູ່ມົດສະກູ, ໃນສະພາບທີ່ມີ ຂ່າວວ່າ ການນໍາ ສປປ.ເກົາຫຼີ Kim Jong –un ອາດຈະໄປຢ້ຽມຢາມ ລັດເຊຍ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດຄັ້ງທໍາອິດ ລະຫວ່າງທ່ານ ກັບທ່ານປະທານາທິບໍດີປະເທດເຈົ້າພາບ Vladimir Putin . ບັນດານັກຊ່ຽວຊານໃຫ້ຂໍ້ສັງເກດວ່າ ສອງຝ່າຍເບິ່ງຄືວ່າ ໄດ້ປືກສາຫາລືກ່ຽວກັບຫຼາຍບັນຫາລະຫວ່າງ ພຽງຢາງ ແລະ ມົດສະກູ, ໃນນັ້ນ ມີເລື່ອງ ທ່ານ Kim Jong –un ອາດຈະດໍາເນີນການຢ້ຽມຢາມລັດເຊຍ.

        ກ່ອນໜ້ານັ້ນໜຶ່ງວັນ, ໂຄສົກວັງ Kremlin  ໃຫ້ຮູ້ວ່າ ຍັງບໍ່ມີລາຍລະອຽດກ່ຽວກັບວັນເວລາ ແລະ ສະຖານທີ່ດໍາເນີນການພົບປະສຸດຍອດເທື່ອ.


ຕອບກັບ

ຂ່າວ/ບົດ​ອື່ນ