ເຈົ້າໜ້າທີ່ການຄ້າອາເມລິກາ,ຍີ່ປຸ່ນເຈລະຈາກ່ອນການພົບປະຄັ້ງສຸດຍອດລະຫວ່າງການນຳ 2 ປະເທດ

(VOVWORLD) -ວັນທີ 25 ພຶດສະພາ, ຢູ່ໂຕກຽວ, ປະເທດຍີ່ປຸ່ນ, ທ່ານລັດຖະມົນຕີນະໂຍບາຍເສດຖະກິດ ແລະ ການເງິນຍີ່ປຸ່ນ Toshimitsu Motegi ແລະ ຜູ້ຕາງໜ້າດ້ານການຄ້າອາເມລິກາ Robert Ligjthizer ໄດ້ເຈລະຈາກ່ຽວກັບຫຼາຍບັນຫາ

ໃນນັ້ນມີພາສີສຳລັບຜະລິດຕະພັນກະເສດ, ກ່ອນທີ່ດຳເນີນການພົບປະຄັ້ງສຸດຍອດລະຫວ່າງທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ແລະ ທ່ານປະທານາທິບໍດີອາເມລິກາ Donald Trump ທີ່ພວມຢ້ຽມຢາມຢູ່ປະເທດອາຊີນີ້.

        ທ່ານລັດຖະມົນຕີ Motegi ສະແດງຄວາມຫວັງວ່າ ຈະບັນລຸໄດ້ຂໍ້ຕົກລົງທີ່ມີຜົນປະໂຫຍດໃຫ້ບັນດາວິສາຫະກິດຍີ່ປຸ່ນ ແລະ ອາເມລິກາ. ການເຈລະຈາຖືກດຳເນີນພາຍຫຼັງທີ່ທ່ານປະທານາທິບໍດີອາເມລິກາ ໄປຮອດນະຄອນຫຼວງໂຕກຽວ ໃນເວລາພຽງ 2 – 3 ຊົ່ວໂມງ, ໃນຂອບເຂດການຢ້ຽມຢາມທາງລັດຖະກິດຍີ່ປຸ່ນ ທີ່ແກ່ຍາວເປັນເວລາ 4 ວັນ.

        ພາຍຫຼັງໄປຮອດນະຄອນຫຼວງໂຕກຽວ ໃນຕອນບ່າຍວັນທີ 25 ພຶດສະພາ, ທ່ານປະທານາທິບໍດີ D.Trump ກໍ່ໄດ້ກະຕຸກຊຸກຍູ້ການນຳວິສາຫະກິດຍີ່ປຸ່ນ ເພີ່ມທະວີການລົງທຶນເຂົ້າອາເມລິກາ, ພ້ອມທັງເນັ້ນໜັກວ່າ, ນີ້ແມ່ນຊ່ວງເວລາທີ່ດີເພື່ອລົງທຶນເຂົ້າອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ