ເຈົ້າໜ້າທີ່ຂັ້ນສູງອາຊຽນຈັດກອງປະຊຸມກ່ຽວກັບບັນດາບັນຫາພາກພື້ນທີ່ສຳຄັນ
(ພາບປະກອບ: TTXVN)
(vovworld) - ໃນສະພາບການທີ່ບັນດາປະເທດອາຊຽນ ພວມມານະພະຍາຍາມສ້າງຕັ້ງປະຊາຄົມອາຊຽນ ໃນທ້າຍປີ 2015, ວັນທີ 08/06, ບັນດາເຈົ້າໜ້າທີ່ຂັ້ນສູງຂອງ 10 ປະເທດສະມາຊິກອາຊຽນ ໄດ້ຈັດກອງປະຊຸມປຶກສາຫາລືຢູ່ Kuching, ປະເທດມາເລເຊຍ, ເພື່ອປຶກສາຫາລືວິວັດທະນາການປະຕິບັດບັນດາຄຳໝັ້ນສັນຍາທີ່ໄດ້ວາງອອກກ່ອນນັ້ນ. ຕາມທ່ານເລຂາທິການໃຫຍ່ກະຊວງການຕ່າງປະເທດມາເລເຊຍ Othman Hashimn ແລ້ວ, ການແລກປ່ຽນຄັ້ງຕ່າງໆໄດ້ສຸມໃສ່ບັນດາການເຄື່ອນໄຫວສືບຕໍ່ກອງປະຊຸມສຸດຍອດອາຊຽນ ທີ່ຫາກໍ່ດຳເນີນໄປໃນທ້າຍເດືອນ 04 ຜ່ານມາ, ໃນນັ້ນມີແຜນສັງລວມການປະຕິບັດປະຊາຄົມການເມືອງ - ຄວາມໝັ້ນຄົງອາຊຽນ ແລະ ຖະແຫຼງການກ່ຽວກັບການເພິ່ມທະວີກຳລັງຄວາມສາມາດຂອງຄະນະເລຂາ ແລະ ຕີລາຄາວຽກງານບັນດາອົງການອາຊຽນ. ທ່ານ Hashimn ໃຫ້ຮູ້ວ່າ, ນີ້ກໍ່ແມ່ນບາດກ້າວກະກຽມໃຫ້ການພົບປະຂັ້ນລັດຖະມົນຕີອາຊຽນ, ເຊິ່ງຄາດວ່າຈະດຳເນີນໃນເດືອນ 08 ຢູ່ນະຄອນຫຼວງ Kuala Lumpur ແລະ ກອງປະຊຸມສຸດຍອດຂອງສະມາຄົມໃນທ້າຍປີ 2015. ນອກຈາກນັ້ນ, ບັນດາເຈົ້າໜ້າທີ່ອາຊຽນ ຍັງປຶກສາຫາລືຫຼາຍບັນຫາໃນພາກພື້ນອີກດ້ວຍ.