ເຊີດ​ຊູ ຜູ້​ບໍ​ລິ​ຈາກ​ເລືອດ​ດີເດັ່ນໃນ​ທົ່ວ​ປະ​ເທດ100 ຄົນ

(VOVWORLD) -ທ່ານນາງ ເຈືອງທີມາຍ, ຫົວໜ້າຄະນະຂົວຂວາຍປະຊາຊົນສູນກາງໄດ້ປາດຖະໜາວ່າບັນດາແບບຢ່າງທີ່ດີເດັ່ນນີ້ ຈະສືບຕໍ່ແມ່ນແກ່ນສານຫຼັກແຫຼ່ງໃຫ້ແກ່ຂະບວນການບໍລິຈາກເລືອດອາສາສະໝັກໃນໝູ່ປະຊາຊົນເພື່ອໃນໄລຍະຈະມາເຖິງຈະມີແບບຢ່າງທີ່ດີເດັ່ນນັບລ້ານໆຄົນຈະເຂົ້າຮ່ວມການບໍລິຈາກເລືອດອາສາສະໝັກ.
ເຊີດ​ຊູ ຜູ້​ບໍ​ລິ​ຈາກ​ເລືອດ​ດີເດັ່ນໃນ​ທົ່ວ​ປະ​ເທດ100 ຄົນ - ảnh 1 ທ່ານນາງ ເຈືອງທີມາຍຫົວໜ້າຄະນະຂົວຂວາຍປະຊາຊົນສູນກາງ (ພາບ: TTXVN)

ຕອນບ່າຍວັນທີ 6 ມິຖຸນາ, ຢູ່ຮ່າໂນ້ຍ, ໄດ້ຈັດພິທີເຊີດຊູຜູ້ບໍລິຈາກເລືອດດີເດັ່ນທົ່ວປະເທດປີ 2019 100 ຄົນ. ລວມໃນຈຳນວນ 100 ຄົນດັ່ງກ່າວ, ມີທັງຊາວຕ່າງປະເທດທີ່ພວມດຳລົງຊີວິດ ແລະ ເຮັດວຽກຢູ່ ຫວຽດນາມ. ນາງ ຫງວຽນທິເຟືອງຖາວ, ຢູ່ ຕາແສງ ເຕີນກຽງ, ເມືອງ 7, ນະຄອນໂຮ່ຈີມິນໃຫ້ຮູ້ວ່າ:

ຂ້າພະເຈົ້າໄດ້ໄປບໍລິຈາກເລືອດ 65 ຄັ້ງແລ້ວ, ຂ້າພະເຈົ້າຄິດວ່າ ມີຄົນເຈັບຫຼາຍຄົນພວມຕ້ອງການເລືອດ ດັ່ງນັ້ນຂ້າພະເຈົ້າບໍລິຈາກເລືອດ ເພື່ອສາມາດກອບກູ້ເອົາຊີວິດ ຫຼາຍຄົນໄດ້.

        ກ່າວຄຳເຫັນທີ່ພິທີ, ທ່ານນາງ ເຈືອງທີມາຍ, ຫົວໜ້າຄະນະຂົວຂວາຍປະຊາຊົນສູນກາງໄດ້ ຮັບຮູ້ການປະກອບສ່ວນຂອງບັນດາຜູ້ບໍລິຈາກເລືອດດີເດັ່ນ; ພ້ອມທັງປາດຖະໜາວ່າບັນດາແບບຢ່າງທີ່ດີເດັ່ນນີ້ ຈະສືບຕໍ່ແມ່ນແກ່ນສານຫຼັກແຫຼ່ງໃຫ້ແກ່ຂະບວນການບໍລິຈາກເລືອດອາສາສະໝັກໃນໝູ່ປະຊາຊົນເພື່ອໃນໄລຍະຈະມາເຖິງຈະມີແບບຢ່າງທີ່ດີເດັ່ນນັບລ້ານໆຄົນຈະເຂົ້າຮ່ວມການບໍລິຈາກເລືອດອາສາສະໝັກ.

ຕອບກັບ

ຂ່າວ/ບົດ​ອື່ນ