(vovworld) – ຕອນຄໍ່າວັນທີ 24/08, ຢູ່ອານຸສາວະລີ ລິ໋ທ໋າຍໂຕ, ຄະນະພັກນະຄອນ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ໄດ້ຈັດພິທີຍ້ອງຍໍນັກສຶກສາຜູ້ເສັງໄດ້ຄະແນນສູງສຸດ 132 ຄົນ ທີ່ເສັງຈົບບັນດາມະຫາວິທະຍາໄລ, ສະຖາບັນໃນບໍລິເວນນະຄອນຮ່າໂນ້ຍປີ 2014. ບັນດານັກສຶກສາໄດ້ຮັບການຍ້ອງຍໍແມ່ນບັນດານັກສຶກສາຮຽນຈົບມະຫາວິທະຍາໄລ, ສະຖາບັນດ້ວຍຄະແນນສູງສຸດກ່ຽວກັບການຮໍ່າຮຽນ ແລະ ຝຶກຝົນຫຼໍ່ຫຼອມ. ນັກສຶກສາຫຼາຍຄົນແມ່ນສະມາຊິກພັກ, ເປັນແບບຢ່າງບືນຕົວຂຶ້ນຜ່ານຜ່າຄວາມຫຍຸ້ງຍາກ, ມີກິດຈະກຳຄົ້ນຄວ້າວິທະຍາສາດ… ກ່າວຄຳເຫັນທີ່ພິທີຍ້ອງຍໍ, ທ່ານ ຟ້າມກວາງຫງີ້, ເລຂາຄະນະພັກນະຄອນຮ່າໂນ້ຍ, ເນັ້ນໜັກວ່າ.
“ສູ້ຊົນເພື່ອໃຫ້ມີຜົນງານຄືປະຈຸບັນ, ບໍ່ພຽງແຕ່ແມ່ນໝາກຜົນຂອງການຝຶກຝົນຫຼໍ່ຫຼອມຂອງພວກນ້ອງນັກສຶກສາເອງເທົ່ານັ້ນ, ຫາກຍັງແມ່ນຂອງໂຮງຮຽນ, ຄອບຄົວ, ສັງຄົມ, ຄວາມເອົາໃຈໃສ່ເພີ່ມພູນຄູນສ້າງຂອງທັງລະບົບການເມືອງນະຄອນຫຼວງອີກດ້ວຍ. ຂ້າພະເຈົ້າປາດຖະໜາວ່າ, ພວກນ້ອງໄດ້ນຳໃຊ້ ແລະ ເສີມຂະຫຍາຍບັນດາຄວາມຮູ້ໃນວິວັດການຮໍ່າຮຽນເຂົ້າໃນສັງຄົມເປັນຢ່າງດີ, ເພື່ອກາຍເປັນບັນດາປັດໃຈຕັ້ງໜ້າ ປະກອບສ່ວນເຂົ້າໃນພາລະກິດສ້າງສາ, ປົກປັກຮັກສານະຄອນຫຼວງ ແລະ ປະເທດຊາດ. ພ້ອມນັ້ນ ພວກນ້ອງເສີມຂະຫຍາຍຈິດໃຈປະຈັນບານອາສາສະໝັກຂອງໄວໜຸ່ມ, ສືບຕໍ່ມູນເຊື້ອປະຕິວັດ, ບໍ່ວ່າໄປແຫ່ງໃດ, ບໍ່ວ່າວຽກງານໃດເຊິ່ງປະເທດຊາດມີຄວາມຕ້ອງການ”.
ໄລ່ມາຮອດປະຈຸບັນ, ມີນັກສຶກສາຜູ້ເສັງໄດ້ຄະແນນສູງສຸດ 1.203 ຄົນໄດ້ຮັບການເຊີດຊູ, ຮັບໃບຍ້ອງຍໍຂອງຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ. ນັກສຶກສາຫຼາຍຄົນທີ່ໄດ້ຮັບການເຊີດຊູບັນລຸໄດ້ຜົນສຳເລັດໃນພາລະກິດ, ປະກອບສ່ວນຫຼາຍຢ່າງໃຫ້ແກ່ນະຄອນຫຼວງ ແລະ ປະເທດຊາດ.