ການປະຊຸມຂ່າວກ່ຽວກັບການເສັງ“ປັດໃຈໃຫມ່ໃນຍຸກໂຮ່ຈິມີນ”
ພາບ:internet
|
(vovworld)- ຕອນຄຳ່ວັນທີ 30/5, ພິທີສະຫລຸບ ແລະ ເຊີດຊູບັນດານັກຂຽນໄດ້ຮັບລາງວັນໃນການເສັງ “ປັດໃຈໃຫມ່ໃນຍຸກໂຮ່ຈິມີນ” ໄດ້ດຳເນີນໄປຢູ່ຮ່າໂນ້ຍ. ການເສັງດັ່ງກ່າວແມ່ນສຸມໃສ່ບັນດາຫົວຂໍ້ຄື: ເພື່ອພັກເຂັ້ມແຂງ, ເພ່ືອວົງຄະນາຍາດ, ເພື່ອສິ່ງແວດລ້ອມ, ເພື່ອສຸຂະພາບ, ເພ່ືອພາລະກິດກໍ່ສ້າງຊົນນະບົດໃຫມ່, ເພື່ອພາລະກິດປົກປັກຮັກສາປະເທດຊາດໃນໄລຍະໃຫມ່, ເພື່ອຄົ້ນພົບບັນດາປັດໃຈໃຫມ່ປະກອບສ່ວນສຳຄັນກ່ຽວກັບທຸກດ້ານໃນກິດຈະການປ່ຽນໃຫມ່, ສ້າງສາ ແລະ ປົກປັກຮັກສາປະເທດຊາດ. ພາຍຫລັງ 1 ປີແຫ່ງການປຸກລະດົມ, ມີກວ່າ 200 ບົດຂຽນເຂົ້າຮ່ວມການເສັງ ດ້ວຍຫລາຍຮູບການ ໄດ້ສ່ອງແສງກ່ຽວກັບບັນດາປັດໃຈໃຫມ່, ແບບຢ່າງທີ່ມີຊີວິດຊີວາ. ນອກນັ້ນ ບັນດາບົດຂຽນຍັງເຕື້ອງເຖິງປັດໃຈໃຫມ່ໃນຂົງເຂດວັດທະນະທຳ, ການປ້ອງກັນຊາດປອ້ງກັນຄວາມສະຫງົບ, ການຕໍ່ສູ້ຕ້ານການສໍ້ລາດບັງຫລວງ, ການຫຍໍ້ທໍ້, ການປະຢັດ, ຕັ້ງຫນ້າຮຳ່ຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດປະທານໂຮ່ຈິມີນ. ທີ່ພິທີ, ຄະນະຈັດຕັ້ງໄດ້ມອບຫລຽນກາທີ່ລະນຶກໃຫ້ແກ່ ນັກຂຽນ 10 ຄົນທີ່ຍາດໄດ້ລາງວັນ. ປັດໃຈໃຫມ່ 80 ຄົນໄດ້ຮັບການເຊີດຊູ ແລະ ຮັບຫລຽນກາທີ່ລະນຶກຈາກຄະນະຈັດຕັ້ງ.