ເຊັນຂໍ້ຕົກລົງຮ່ວມມືລະຫວ່າງສະຫະພັນແມ່ຍິງຫວຽດນາມ - ລາວ

ເຊັນຂໍ້ຕົກລົງຮ່ວມມືລະຫວ່າງສະຫະພັນແມ່ຍິງຫວຽດນາມ - ລາວ - ảnh 1
ພິທີເຊັນຂໍ້ຕົກລົງຮ່ວມມືໄລຍະ 2012 -2017

(vovworld) – ຕອນ​ເຊົ້າ​ວັນ​ທີ 2/5, ຢູ່​ຮ່າ​ໂນ້ຍ, ສະຫະພັນ​ແມ່ຍິງ​ຫວຽດນາມ ​ແລະ ສະຫະພັນ​ແມ່ຍິງ ລາວ ​ໄດ້​ຈັດ​ຕັ້ງ​ພິທີ​ເຊັນ​ຂໍ້​ຕົກລົງ​ຮ່ວມ​ມື​ລະຫວ່າງ​ສະຫະພັນ​ແມ່​ຍິງ 2 ປະ​ເທດ​ໄລຍະ 2012 – 2017. ​ເຂົ້າ​ຮ່ວມ​ພິທີ​ມີ​ທ່ານ​ນາງ​ຮອງ​ປະທານ​ປະ​ເທດ​ຫວຽດນາມ Nguyen Thi Doan, ​ທ່ານເອກ​ອັກຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ​ແຫ່ງ ສປປ ລາວ ປະຈຳ​ຫວຽດນາມ ສົມ​ພອນ ສີ​ຈະ​ເລີ​ນ. ​ເມື່ອ​ຕີ​ລາຄາ​ໝາກຜົນ​ການ​ປະຕິບັດ​ຂໍ້​ຕົກລົງ​ລະ​ຫວ່າງ ສະຫະພັນ​ແມ່ຍິງ 2 ປະ​ເທດ​ໄລຍະ 2007 - 2011, ທ່ານ​ນາງ Nguyen Thi Thu Ha, ຮອງ​ປະທານສະຫະພັນ ​ແມ່ຍິງ​ຫວຽດນາມ ​ໃຫ້​ຮູ້​ວ່າ:

“ຂໍ້​ຕົກ​ລົງ​ຮ່ວມ​ມື​ໄລຍະ 2007 2011 ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ສຳ​ເລັດ​ຜົນ, ດ້ວຍ​ເນື້​ອ​ໃນ​​ເກືອບ​ທັງ​ໝົດໃນ​ຂໍ້​ຕົກລົງ​​ເຊິ່ງໄດ້​ຮັບ​ການ​ລົງ​ນາມ. ບັນດາ​ຂໍ້​ຕົກລົງ​ດ້ານ​ພົວພັນ​ຕ່າງປະ​ເທດ​ໄດ້​ຮັບ​ການ​ແກ້​ໄຂ​ຢ່າງ​ທັນ​ການ ​ແລະ ​ແທ​ດຈິງ. 2 ຝ່າ​ຍ​ໄດ້​ຜັດປ່ຽນ​ກັນ​ຈັດ​ຕັ້ງ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ ​ເຊິ່ງກັນ ​ແລະ ກັນ ​ເພີ່ມ​ທະວີ​ສາຍ​ພົວພັນ​ຮ່ວມ​ມື​ມິດຕະພາບ. 2 ຝ່າຍ​ໄດ້​ຕັ້ງໜ້າ​ຊີ້​ນຳ​ສະຫະພັນ​ແມ່ຍິງ​ທຸກ​ຂັ້ນ ຍູ້​ແຮງ​ການ​ເຄື່ອນ​ໄຫວ​ຕ່າງໆ ພິ​ເສດ​ແມ່ນ​ຢູ່ເຂດ​ຊາຍ​ແດນ ປະກອບສ່ວນ​ກໍ່ສ້າງ​​ເສັ້ນ​ຊາຍ​ແດນ​ສັນຕິພາບ ​ແລະ ພັດທະນາ”

ພາຍຫຼັງ​ພິທີ​ເຊັນ​ຂໍ້​ຕົກລົງ​ຮ່ວມ​ມື​ໄລ​ຍະ 2012 – 2017, ​ໄດ້​ດຳ​ເນີນ​ພິທີ​ປະດັບ​ລຫຼຽນ​​ໄຊ, ຫຼຽນ​ກາ​ທີ່​ລະນຶກ​ໃຫ້​ແກ່​ພະນັກງານ​ສະຫະພັນ​ແມ່ຍິງ 2 ປະ​ເທດ. ທ່ານ​ນາງ ສີ​​ໃສ ລື​ເດັດ​ມູນ​ສອນ, ກຳມະການ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ, ປະທານ​ສະຫະພັນ​ແມ່ຍິງ​ລາວ, ຮອງ​ປະທານ​ຜູ້​ປະຈຳການ​ຄະນະ​ກຳມະການ​ແຫ່ງ​ຊາດ​ເພື່ອ​ຄວາມ​ກ້າວໜ້າ​ຂອງ​ແມ່ຍິງ, ຮອງ​ປະທານ​ຜູ້​ປະຈຳ​ການຄະນະ​ກຳມະການ​ແຫ່ງ​ຊາດ​ແມ່ - ​ເດັກ ລາວ​ເວົ້າ​ວ່າ:

ໃນ​​ລາຍການ​ເຮັດ​ວຽກ​ແຕ່​ວັນ​ທີ 1 – 7/5, ສະຫະພັນ​ແມ່ຍິງ​ຫວຽດນາມ ​ແລະ ລາວ ​ໄດ້​ດຳ​ເນີນ​ການ​ເຈລະຈາ, ​ແລກປ່ຽນ​ຂໍ້​ມູນ​ຂ່າວ​ກ່ຽວ​ກັບ​ແມ່ຍິງ ​ແລະ ການ​ເຄື່ອນ​ໄຫວ​ຂອງ​ສະຫະພັນ​ແມ່ຍິງ 2 ປະ​ເທດ. ຄະນະ​ຜູ້​ແທນ​ສະຫະພັນ​ແມ່ຍິງ​ລາວ ຈະ​​ເຂົ້າ​ຢ້ຽມ​ຂ່ຳນັບ​ການ​ນຳ​ຂັ້ນ​ສູງ​ຫວຽ​ດນາມ, ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​​ແຂວງ, ນະຄອນຈຳນວນ​ໜຶ່ງຂອງ​ຫວຽດນາມ.

ຂ່າວ/ບົດ​ອື່ນ