ເຊື່ອມຕໍ່ການເຈລະຈາ ລະຫວ່າງອີຣານ ແລະ ອົງການພະລັງງານ ປະລະມານູ ສາກົນ

ເຊື່ອມຕໍ່ການເຈລະຈາ ລະຫວ່າງອີຣານ ແລະ ອົງການພະລັງງານ ປະລະມານູ ສາກົນ - ảnh 1
( ພາບປະກອບ )

( vovworld ) –   ວັນ​ທີ 14/5, ອີ​ຣານ ​ແລະ ອົງການ​ພະລັງງານ​ປະ​ລະ​ມາ​ນູສາກົນ ( IAEA ), ໄດ້​ເລີ່​ມຕົ້ນ​ການ​ເຈລະຈາ​ຄັ້ງທຳ​ອິດ​ໃນ​ຮອບ 3 ​ເດືອນ​ຜ່ານ​ມາ​ລະຫວ່າງ​ສອງ​ຝ່າຍ. ການ​ເຈລະຈາ​ແກ່ຍາວ​ໃນ​ເວລາ​ສອງ​ວັນ​ຢູ່​ສະຖານທູດ​ອີຣານ ທີ່ນະຄອນວຽນ ( ປະ​ເທດໂອ​ຕຣິດ ) ລະຫວ່າງ​ທູດ​ພິ​ເສດ​ອີຣານ ປະຈຳ IAEA, ທ່ານ Ali Asghar Soltanieh ​ແລະ ທ່ານຮອງ​ຜູ້ອຳນວຍການ​ໃຫຍ່ IAEA Hermann Nackaerts, ​​ເຊິ່ງ​ຫາງ​ສຽງ​​ໄດ້ມີ​ຄວາມ​ສົນ​ໃຈເປັນ​ພິ​ເສດ ​ເພາະ​ວ່າ​ມັນໄດ້ຖືກ​ດຳ​ເນີນ​ໄປ​ກອນ​ການ​ເຈລະຈາ​ກ່ຽວ​ກັບ​ນິວເຄຼຍລະຫວ່າງອີຣານ ກັບ​ກຸ່ມ P5 + 1 ( ​ເຊິ່ງລວມມີ 5 ປະ​ເທດກຳມະການ​ປະຈຳ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ​ແລະ ​ເຢຍລະ​ມັນ ) ຢູ່​ນະຄອນ​ຫຼວງ ​ແບກ​ແດດ ( ອີຣັກ ) ​ໃນ​ອາທິດ​ທີ່​ຈະ​ມາ​ເຖິງ. ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ, ທ່ານ Nackaerts ​ໃຫ້​ຮູ້​ຈຸດປະສົງ​ຂອງ​ການ​ພົບ​ປະ​ແມ່ນ​ເພື່ອ​ແນ​ໃສ່​​ບັນລຸ​ຂໍ້​ຕົກລົງ​ກ່ຽວ​ກັບ​ວິທີ​ສຳພັດ ​​ເພື່ອແນ​ໃສ່​ແກ້​ໄຂ​ບັນດາ​ບັນຫາ​ທີ່​ຍັງຄົງ​ຄ້າງ​ກັບ​ອີຣານ. ທ່ານ Nackaerts ກໍ​ໃຫ້​ຮູ້​ວ່າ ອີຣານ ຄວນ​ສ້າງ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ໃຫ້​ບັນດາ​ນັກ​ສັງ​ເກດ​ການ IAEA ສຳ​ພັດ​ກັບ​ຂໍ້​ມູນ​ຂ່າວ, ປະຊາຊົນ ​ແລະ ສະຖານ​ທີ່ຕ່າງໆ​ຢູ່​ປະ​ເທດ​ມຸດ​ສລີ​ມ. ​ຕາມ​ທ່ານ​ແລ້ວ, ​ໃນ​ຈຸດ​ເວລາ​ປະຈຸ​ບັນ, ​ເຕ​ເຣຣານ ຄວນ​ຮ່ວມ​ມື​ກັບ IAEA ​ເພື່ອ​​ແກ້​ໄຂ​ບັນດາບັນຫາທີ່​ຮ້ອນ​ເຮັ່ງ​ເຫຼົ່ານີ້.
ຂ່າວ/ບົດ​ອື່ນ