ເຊື່ອມຕໍ່ທາງລົດໄຟກັບການຂຸດຄົ້ນປີທ່ອງທ່ຽວແຫ່ງຊາດປີ2017ລາວກາຍ-ຕາເວັນຕົກສ່ຽງເໜືອ
ກອງປະຊຸມສຳມະນາເຊື່ອມຕໍ່ທາງລົດໄຟກັບການຂຸດຄົ້ນຜະລິດຕະພັນປີ
ທ່ອງທ່ຽວແຫ່ງຊາດ 2017 ລາວກາຍ - ເຂດຕາເວັນຕົກສ່ຽງເໜືອ
(ພາບ: TTXVN)
(vovworld) – ວັນທີ 04/12, ຢູ່ນະຄອນ ລາວກາຍ, ຄະນະກຳມະການປະຊາຊົນແຂວງ ລາວກາຍ, ສະຫະສະມາຄົມທ່ອງທ່ຽວແຂວງ ລາວກາຍ, ພະແນກວັດທະນະທຳ ກິລາ ແລະ ທ່ອງທ່ຽວແຂວງ, ສົມທົບກັບບໍລິສັດຫຸ້ນສ່ວນຂົນສົ່ງທາງລົດໄຟ ຮ່າໂນ້ຍ ຈັດຕັ້ງ “ກອງປະຊຸມສຳມະນາເຊື່ອມຕໍ່ທາງລົດໄຟກັບການຂຸດຄົ້ນຜະລິດຕະພັນປີທ່ອງທ່ຽວແຫ່ງຊາດ 2017 ລາວກາຍ - ເຂດຕາເວັນຕົກສ່ຽງເໜືອ”. ກອງປະຊຸມສຳມະນາເພື່ອແນໃສ່ທ້ອນໂຮມຄຳເຫັນຂອງບັນດາບໍລິສັດທ່ອງທ່ຽວໃນບໍລິເວນທົ່ວປະເທດ ສະເໜີບັນດາມາດຕະການພັດທະນາຜະລິດຕະພັນການທ່ອງທ່ຽວ ລາວກາຍ ຕິດພັນກັບຂະແໜງຂົນສົ່ງທາງລົດໄຟ ບົນຈິດໃຈຮ່ວມກັນເຊື່ອມຕໍ່ ແລະ ຂຸດຄົ້ນ 2 ຂົງເຂດທີ່ເຕັມໄປດ້ວຍຄວາມສາມາດບົ່ມຊ້ອນຢ່າງສຸດຂີດ. ກອງປະຊຸມສຳມະນາ ໄດ້ປະກາດແຜນຜັງເຂດທ່ອງທ່ຽວແຫ່ງຊາດ ຊາປາ ແລະ ແນະນຳປີທ່ອງທ່ຽວແຫ່ງຊາດ 2017. ຕາມນັ້ນແລ້ວ ລາວກາຍ ແລະ ພາກຕາເວັນຕົກສ່ຽງເໜືອ ຈະມີຜະລິດຕະພັນການທ່ອງທ່ຽວທີ່ເປັນເອກະລັກສະເພາະ 8 ຢ່າງຂອງພາກພື້ນໃນປີ 2017.
ບໍລິສັດຫຸ້ນສ່ວນຂົນສົ່ງທາງລົດໄຟ ຮ່າໂນ້ຍ - HARACO ໃຫ້ຄຳໝັ້ນສັນຍາໃນໄຕມາດ 1 ປີ 2017 ຈະຈັດຕັ້ງຂະບວນລົດໄຟດ້ວຍບັນດາຕູ້ລົດໄຟຢທີ່ໄດ້ຮັບການຍົກລະດັບເຄື່ອງຕົບແຕ່ງພາຍໃນ ຮັບປະກັນບັນລຸມາດຕະຖານດ້ານຄຸນນະພາບການຮັບໃຊ້ແຂກທ່ອງທ່ຽວເພື່ອນຳເຂົ້າຂຸດຄົ້ນໃນເສັ້ນທາງລົດໄຟ ຮ່າໂນ້ຍ - ລາວກາຍ