ເຊື່ອມຕົວເຂົ້າກັບບັນຍາກາດບຸນປີໃໝ່ປະຈຳຊາດຢູ່ງານວາງສະແດງ “ບຸນເຕັດໃນເມື່ອກ່ອນ”

(VOVWORLD) -ພິທີໄຂງານວາງສະແດງ “ບຸນເຕັດໃນເມື່ອກ່ອນ” ເພື່ອແນໃສ່ວາດພາບສ່ວນໜຶ່ງຂອງບຸນປີໃໝ່ປະຈຳຊາດ ຫວຽດນາມ ຜ່ານເອກະສານທີ່ໄດ້ເກັບຮັກສາ.
ເຊື່ອມຕົວເຂົ້າກັບບັນຍາກາດບຸນປີໃໝ່ປະຈຳຊາດຢູ່ງານວາງສະແດງ “ບຸນເຕັດໃນເມື່ອກ່ອນ” - ảnh 1(ບັນຍາກາດບຸນເຕັດໃນເມື່ອກ່ອນ)

ວັນທີ 14 ມັງກອນ, ຢູ່ຮ່າໂນ້ຍ, ສູນເກັບຮັກສາສຳເນົາເອກະສານແຫ່ງຊາດເລກ I - ກົມສຳເນົາເອກະສານແຫ່ງລັດ ໄດ້ຈັດພິທີໄຂງານວາງສະແດງ “ບຸນເຕັດໃນເມື່ອກ່ອນ” ເພື່ອແນໃສ່ວາດພາບສ່ວນໜຶ່ງຂອງບຸນປີໃໝ່ປະຈຳຊາດ ຫວຽດນາມ ຜ່ານເອກະສານທີ່ໄດ້ເກັບຮັກສາ.

        ງານວາງສະແດງ ພ້ອມກັບບັນດາເຫດການໄດ້ວາດພາບສ່ວນໜຶ່ງຂອງບັນຍາກາດບຸນເຕັດໃນເມື່ອກ່ອນ ດ້ວຍຮີດຄອງປະເພນີ “ກິນເຕັດ”, “ພິທີບຸນເຕັດ” ແລະ “ຫຼິ້ນບຸນເຕັດ” ຂອງລຸ້ນປູ່ລຸ່ນພໍ່. ຕາມທ່ານຮອງສາດສະດາຈານ, ປະລິນຍາເອກ ຫງວຽນວັນຮຸຍ, ອະດີດຫົວໜ້າຫໍພິພິດຕະພັນຊົນເຜົ່າວິທະຍາ ຫວຽດນາມ ແລ້ວ, ເຖິງວ່າປະຈຸບັນ ບັນດາຮີດຄອງປະເພນີໃນໂອກາດບຸນເຕັດມີການປ່ຽນແປງຫຼາຍຢ່າງກໍ່ຕາມ ແຕ່ບຸນປີໃໝ່ປະຈຳຊາດຍັງແມ່ນວັນບຸນສຳຄັນ, ອົບອຸ່ນທີ່ສຸດຂອງທັງຊາດ ຫວຽດນາມ:

        “ງານວາງສະແດງກ່ຽວກັບບຸນເຕັດແມ່ນມ່ວນທີ່ສຸດ, ໄດ້ຊ່ວຍໃຫ້ພວກເຮົານຶກຄິດບຸນເຕັດໃນເມື່ອກ່ອນ ແລະ ບຸນເຕັດທີ່ພວກເຮົາພວມຕ້ອນຮັບໃນປະຈຸບັນ, ບຸນເຕັດຍາມເກີດໂລກລະບາດໂຄວິດ-19 ແມ່ນຄືແນວໃດ. ຂ້າພະເຈົ້າຄິດວ່າ, ຜ່ານການເວລາ, ຜ່ານການຜັນແປທາງດ້ານເສດຖະກິດ - ສັງຄົມ, ບຸນເຕັດຂອງພວກເຮົາມີການປ່ຽນແປງຫຼາຍຢ່າງ ແຕ່ສິ່ງສຳຄັນແມ່ນບັນດາຄຸນຄ່າຂອງບຸນເຕັດຍັງໄດ້ຮັກສາໄວ້ເໝືອນເດີມ”.

        ງານວາງສະແດງຈະເປີດປະຕູໄປຮອດວັນທີ 15 ມີນາ ຈຶ່ງອັດລົງ.

ຕອບກັບ

ຂ່າວ/ບົດ​ອື່ນ