(ພາບປະກອບ)
(vovworld) - ວັນທີ 20/04 ຢູ່ນະຄອນ ໂຮ່ຈີມິນ, ຄະນະວິສາຫະກິດແຂວງ Gyeongnam (ສ.ເກົາຫຼີ) ເຂົ້າຮ່ວມລາຍການພົບປະວິສາຫະກິດ ຫວຽດນາມ - ສ.ເກົາຫຼີ ເພື່ອໂຄສະນາຜະລິດຕະພັນກໍ່ຄືຄວາມສາມາດບົ່ມຊ້ອນໃນການຮ່ວມມືລະຫວ່າງວິສາຫະກິດຂອງແຂວງ Gyeongnam (ສ.ເກົາຫຼີ) ແລະ ວິສາຫະກິດ ຫວຽດນາມ. ທ່ານ Im Changho ປະທານເມືອງ Hamyang ຫົວໜ້າຄະນະວິສາຫະກິດແຂວງ Gyeongnam ໃຫ້ຮູ້ວ່າ: ລາຍການພົບປະນີ້ ແມ່ນບາດກ້າວທຳອິດ ເພື່ອນຳຜະລິດຕະພັນກະເສດຂອງແຂວງເຂົ້າ ຫວຽດນາມ ພິເສດແມ່ນບັນດາຜະລິດຕະພັນກະເສດສົດ, ນ້ຳດື່ມຈາກໝາກໄມ້…ທ່ານ Im Changho ໃຫ້ຄຳໝັ້ນສັນຍາຈະນຳເຂົ້າຕະຫລາດ ຫວຽດນາມ ບັນດາຜະລິດຕະພັນທີ່ມີ, ຄຸນນະພາບດ້ວຍລາຄາເໝາະສົມ ພ້ອມກັນນັ້ນ ຈະໜູນຊ່ວຍວິສາຫະກິດ ຫວຽດນາມ ສົ່ງອອກຜະລິດຕະພັນກະເສດໄປຍັງຕະຫລາດໂລກ.
ຕາມທ່ານ ຮ່ວາງວັນແອງ ຮອງຫົວໜ້າຄະນະສະມາຊິກ ແລະ ກໍ່ສ້າງ, ຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI) ແລ້ວ. ຄຽງຂ້າງການເຄື່ອນໄຫວເຊື່ອມຕໍ່ແລກປ່ຽນການຄ້າລະຫວ່າງບັນດາວິສາຫະກິດ 2 ປະເທດ, ບັນດາວິສາຫະກິດ ສ.ເກົາຫຼີ ອາດຈະໜູນຊ່ວຍບົດຮຽນໃຫ້ແກ່ບັນດາວິສາຫະກິດ ຫວຽດນາມ ໃນການກໍ່ສ້າງ ແລະ ພັດທະນາຜະລິດຕະພັນກະເສດ, ພ້ອມກັນຮ່ວມມືຂຸດຄົ້ນບັນດາຜະລິດຕະພັນທີ່ມີຄວາມສາມາດບົ່ມຊ້ອນຂອງແຕ່ລະປະເທດ. VCCI ຈະຕັ້ງໜ້າໜູນຊ່ວຍບັນດາວິສາຫະກິດ ສ.ເກົາຫຼີ ແຊກຊຶມຕະຫລາດ ຫວຽດນາມ.