ເດັດດ່ຽວປັບໄຫມບັນດາອົງການ,ສ່ວນບຸກຄົນລະເມີດກົດໝາຍໃນເຫດເກີດມົນລະພິດເຖິງສິ່ງແວດລ້ອມຢູ່ພາກກາງ

ເດັດດ່ຽວປັບໄຫມບັນດາອົງການ,ສ່ວນບຸກຄົນລະເມີດກົດໝາຍໃນເຫດເກີດມົນລະພິດເຖິງສິ່ງແວດລ້ອມຢູ່ພາກກາງ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ແລະ ບັນ​ດາ​ທ່າ​ນ​ຮອງ​ນາ​ຍົກ
​ລັດ​ຖະ​ມົນ​ຕີເຮັດ​ວຽກ​ກັບ​ການ​ນຳ​ແຂວງ​ຮ່າ​ຕິ້ງ
ພາບ:baomoi.com

(vovworld)- ຕໍ່​ຫນ້າ​ປະ​ກົດ​ການ​ມົນ​ລະ​ພິດ​ເຖິງ​ສິ່ງ​ແວດ​ລ້ອມ​ຢູ່​ແຄມ​ທະ​ເລ​ບາງ​ແຂວງ​ທາງ​ພາກ​ກາງ​ຫວຽດ​ນາມ ເຮັດ​ໃຫ້​ປາ​ຕາຍຜິດ​ປົກ​ກະ​ຕິ​ເປັນ​ຈຳ​ນວນ​ຫລວງ​ຫລາຍ, ຕອນ​ບ່າຍ​ວັນ​ທີ1/5 ຢູ່ ແຂວງ ຮ່າ​ຕີງ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ແລະ ບັນ​ດາ​ທ່າ​ນ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄດ້​ເປັນ​ປະ​ທານ​ການ​ເຮັດ​ວຽກ​ກັບ​ຜູ້​ຕາງ​ຫນ້າ​ການ​ນຳ​ບັນ​ດາ​ແຂວງ​ຖືກ​ຜົນ​ສະ​ທ້ອນ​ຈາກ​ມົນ​ລະ​ພິດ​ດັ່ງ​ກ່າວ ເພື່ອ​ເປັນ​ເອ​ກະ​ພາບບ​ັນ​ດາ​ມາດ​ຕະ​ການ​ສ​ືບ​ສວນ, ແກ້​ໄຂ ເພື່ອ​ຈຸດ​ໝາຍ​ສູງ​ສຸດ​ແມ່​ນນຳ​ຊີ​ວິດ​ການ​ເປັນ​ຢູ່​, ການ​ຜະ​ລິດຂອງ​ປະ​ຊາ​ຊົນ​ເຂົ້າ​ສູ່​ຄວາມ​ເປັນ​ປົກ​ກະ​ຕິ​ໂດຍ​ໄວ, ຮັບ​ປະ​ກັນ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ໃນ​ເຂດ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຮຽກ​ຮ້ອງ ກະ​ຊວງ​ຊັບ​ພະ​ຍາ​ກອນ ແລະ ສິ່ງ​ແວດ​ລ້ອມ ແລະ​ບັນ​ດາ​ກະ​ຊວງ, ຂະ​ແຫນງ​ການ​ກ່ຽວ​ຂ້ອງ ສືບ​ຕໍ່​ສືບ​ສວນ, ເຮັດ​ແຈ້ງ​ສາຍ​ເຫດກໍ່​ໃຫ້​ເກີດ​ປະ​ກົດ​ການ​ປາ​ຕາຍ​ຢ່າງ​ຜິດ​ປົກ​ກະ​ຕິ.ບໍ່​ວ່າ​ອົງ​ການ​ໃດ, ສ່ວນ​ບຸກ​ຄົນ​ໃດ​ລະ​ເມີດ​ກົດ​ໝາຍ​ກ່ຽວ​ກັບ​ສິ່ງ​ແວດ​ລ້ອມ ລ້ວນ​ແຕ່​ຖືກ​ປັບ​ໄຫ​ມ​ລົງ​ໂທດ​ຕາມ​ຂໍ້​ກຳ​ນົດ​ຂອງ​ກົດ​ໝາຍ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ມອບ​ໃຫ້ ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ ເປັນ​ເຈົ້າ​ພາບ​ພ້ອມ​ກັບ​ບັນ​ດາ​ກະ​ຊວງ, ຂະ​ແຫນງ​ການ​ກ່ຽວ​ຂ້ອງ ສົມ​ທົບ​ກັບ​ນັກ​ວິ​ທະ​ຍາ​ສາດ​ຕ່າງ​ປະ​ເທດ ຕ້ອງ​ມີ​ການ​ສະ​ຫລຸບ​ໂດຍ​ໄວ​ກ່ຽວ​ກັບ​ສາຍ​ເຫດກໍ່​ໃຫ້​ເກີດ​ປະ​ກົດ​ການ​ດັ່ງ​ກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ