ເດືອນ ກໍລະກົດ, ຫວຽດນາມ ສົ່ງອອກເກີນດຸນ 15,23 ຕື້ USD

(VOVWORLD) - ໃນເດືອນ ກໍລະກົດ, ຍອດວົງເງິນສົ່ງອອກ - ນຳເຂົ້າສິນຄ້າຂອງ ຫວຽດນາມ ຄາດວ່າບັນລຸກວ່າ 57, 2 ຕື້ USD
ເດືອນ ກໍລະກົດ, ຫວຽດນາມ ສົ່ງອອກເກີນດຸນ 15,23 ຕື້ USD - ảnh 1(ພາບປະກອບ: TTXVN)

ຕາມຕົວເລກຈາກກົມໃຫຍ່ສະຖິຕິປະກາດໃນວັນທີ 29 ກໍລະກົດ ແລ້ວ, ໃນເດືອນ ກໍລະກົດ, ຍອດວົງເງິນສົ່ງອອກ - ນຳເຂົ້າສິນຄ້າຂອງ ຫວຽດນາມ ຄາດວ່າບັນລຸກວ່າ 57, 2 ຕື້ USD, ເພີ່ມຂຶ້ນ 2,5% ເມື່ອທຽບໃສ່ເດືອນ ມິຖຸນາ. ໄລ່ລວມ 7 ເດືອນຂອງ ປີ 2023, ຍອດວົງເງິນສົ່ງອອກ - ນຳເຂົ້າສິນຄ້າບັນລຸກວ່າ 374,23 ຕື້ USD, ຫຼຸດລົງ 13,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022. ການຄາດດຸນການຄ້າສິນຄ້າໃນ 7 ເດືອນ ຄາດວ່າສົ່ງອອກເກີນດຸນ 15,23 ຕື້ USD, ເພີ່ມຂຶ້ນຢ່າງແຮງເມື່ອທຽບໃສ່ລະດັບ 1,34% ໃນໄລຍະດຽວກັນຂອງປີ 2022.

ໃນ 7 ເດືອນ, ມີສິນຄ້າ 30 ປະເພດບັນລຸວົງເງິນການຄ້າສົ່ງອອກບັນລຸກວ່າ 1 ຕື້ USD; ກວມເອົາ 91,6% ຍອດວົງເງິນສົ່ງອອກນຳເຂົ້າ, ລວມມີ: ໂທລະສັບມືຖື ແລະ ເຄື່ອງອາໄຫຼ່; ເອເລັກໂຕນິກ; ເຄື່ອງຕ່ຳແຜ່ນຕັດຫຍິບ; ເກີບໜັງ…

ກ່ຽວກັບຕະຫຼາດສົ່ງອອກ - ນຳເຂົ້າສິນຄ້າໃນ 7 ເດືອນຜ່ານມາ, ຕາມກົມໃຫຍ່ສະຖິຕິແລ້ວ, ອາເມລິກາ ແມ່ນປະເທດນຳເຂົ້າສິນຄ້າຈາກ ຫວຽດນາມ ຫຼາຍທີ່ສຸດ, ດ້ວຍວົງເງິນການຄ້າຄາດວ່າບັນລຸ 52,4 ຕື້ USD.

ການນຳກົມໃຫຍ່ສະຖິຕິໃຫ້ຮູ້ວ່າ, ປະຈຸບັນມີສິນຄ້າສົ່ງອອກຫຼັກແຫຼ່ງຫຼາຍປະເພດຂອງ ຫວຽດນາມ ພວມປະສົບກັບຄວາມຫຍຸ້ງຍາກ ຍ້ອນຕະຫຼາດທົ່ວໂລກຫຼຸດລົງຢ່າງແຮງ. ໃນໄລຍະຈະມາເຖິງ, ກະຊວງອຸດສາຫະກຳ ການຄ້າ ຫວຽດນາມ ກຳນົດວ່າ ຈະສຸມໃສ່ຜັນຂະຫຍາຍບາງໜ້າທີ່ໃນການຍູ້ແຮງການປ່ຽນແປງໃໝ່ ແລະ ເພີ່ມທະວີການສົ່ງເສີມການຄ້າມຸ່ງໄປເຖິງບັນດາຕະຫຼາດໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ