ເດືອນເຄື່ອນໄຫວເພື່ອຄວາມສະເຫມີພາບລະຫວ່າງຍິງຊາຍແລະການປ້ອງກັນ,ຕ້ານການໃຊ້ຄວາມຮຸນແຮງ

ເດືອນເຄື່ອນໄຫວເພື່ອຄວາມສະເຫມີພາບລະຫວ່າງຍິງຊາຍແລະການປ້ອງກັນ,ຕ້ານການໃຊ້ຄວາມຮຸນແຮງ - ảnh 1
ເດືອນ​ເຄື່ອນ​ໄຫວ​ເພື່ອຄວາມ​ສະ​ເຫມີ​ພາບ ລະ​ຫວ່າງ ຍິງ​ຊາຍ

(vovworld)-  ​ເດື​ອນ​ເຄື່ອນ​ໄຫວ​ເພື່ອ​ຄວາມ​ສະ​ເຫມີ​ພາບ ລະ​ຫວ່າງ ຍິງ​ຊາຍ ແລະ ການ​ປ້ອງ​ກັນ, ຕ້ານ​ການ​ໃຊ້​ຄວາມ​ຮຸນ​ແຮງ ບົນ​ພື້ນ​ຖາ​ນ​ທາງ​ເພດ ດ້ວຍ​ຫົວ​ຂໍ້​ວ່າ: “ຮ່ວມ​ແຮງ​ຮ່ວມ​ໃຈ​ລົບ​ລ້າງ​ການ​ໃຊ້​ຄວາມ​ຮຸນ​ແຮງ​ສຳ​ລັບ​ແມ່​ຍິງ ແລະ​ເດັກ​ຍິງ” ໄດ້​ດຳ​ເນີນ​ແຕ່​ວັນ​ທີ 15/11 ເຖິງ 15/12/2016. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ໂດຍ​ກະ​ຊວງ​ແຮງ​ງານ, ທະ​ຫານ​ເສຍ​ອົງ​ຄະ ແລະ ສັງ​ຄົມ ສົມ​ທົບ​ກັບ ອົງ​ການ ສ​ປ​ຊ ປະ​ຈຳ​ຫວຽດ​ນາມ, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ ນະ​ຄອນ ຮ່າ​ໂນ້ຍ ​ຈັດ​ຕັ້ງ. ທ່ານ ຫງວຽນ​ຈ້ອງ​ດາມ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ແຮງ​ງານ ທະ​ຫານ​ເສຍ​ອົງ​ຄະ ແລະ ສັງ​ຄົມ ໃຫ້​ຮູ້​ວ່າ:

“ມາ​ຮອດ​ປະ​ຈຸ​ບັນ ໄດ້​ມີ 52 ອົງ​ການຈັດ​ຕັ້ງ​ຢູ່​ພາຍ​ໃນ ແລະ ສາ​ກົນ ຈົດ​ທະ​ບຽນ​ຈັດ​ຕັ້ງ​ ການ​ເຄື່ອນ​ໄຫວ​ ກວ່າ 30 ຢ່າງໃນ​ທົ່ວ​ປະ​ເທດ ເພື່ອ​ຕອບ​ສະ​ຫນອງ​ການ​ເຄື່ອນ​ໄຫວ. ໄດ້​ມີ 2 ທ້ອງ​ຖິ່ນ ແລະ 1 ກະ​ຊວງ​ ຈັດ​ຕັ້ງ​ພິ​ທີ​ປຸກ​ລະ​ດົມ​ເດືອນ​ເຄື່ອນ​ໄຫວ. ຜ່ານ​ເດືອນ​ເຄື່ອນ​ໄຫວນີ້, ພວກ​ເຮົາ​ປາດ​ຖະ​ຫນາ​ຈະ​ສົ່ງ​ຜົນ​ກະ​ທົບ​ຢ່າງ​ແຮງ, ແຜ່​ຂະ​ຫຍາຍ​ເຖິງ​ທຸ​ກ​ຊັ້ນ​ຄົນ​ໃນ​ສັງ​ຄົມ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ວຽກ​ງານ​ປ້ອງ​ກັນ ແລະ ຕ້ານ​ການ​ໃຊ້​ຄວາມ​ຮຸນ​ແຮງ​ໃນ​ຄອບ​ຄົວ​ເພື່ອ​ກ້າວ​ໄປ​ເຖິງ​ລົບ​ລ້າງການ​ໃຊ້​ຄວາມ​ຮຸນ​ແຮງ​ກັບ​ແມ່​ຍິງ ແລະ ເດັກ​ຍິງ ເພື່ອ​ຈຸດ​ໝາຍ​ຄວາມ​ສະ​ເຫມີ​ພາບ ລະ​ຫວ່າງ​ຍິງ​ຊາຍ, ການ​ພັດ​ທະ​ນາ ແລະ ຄວາມ​ກ້າວ​ຫນ້າ​ຂອງ​ແມ່​ຍິງ​ຫວຽດ​ນາມ.”


ຕອບກັບ

ຂ່າວ/ບົດ​ອື່ນ