(ພາບປະກອບ)
(vovworld) – ຕອນເຊົ້າວັນທີ 13/04, ງານຕະຫລາດນັດການຄ້າສາກົນ ຫວຽດນາມ ຄັ້ງທີ 26 – VIETNAMEXPO ໄຂຂຶ້ນຢູ່ ຮ່າໂນ້ຍ. ນີ້ແມ່ນເຫດການສົ່ງເສີມດ້ານການຄ້າປະຈຳປີ ດ້ວຍການເຂົ້າຮ່ວມຂອງວິສາຫະກິດທີ່ມີອິດທິພົນຊື່ສຽງທັງພາຍໃນປະເທດ ແລະ ຕ່າງປະເທດຫລາຍແຫ່ງ. ງານຕະຫລາດນັດ ດຶງດູດການເຂົ້າຮ່ວມຂອງເກືອບ 600 ຮ້ານວາງສະແດງຂອງວິສາຫະກິດ ຫວຽດນາມ ແລະ ສາກົນ ກ່ວາ 500 ແຫ່ງທີ່ມາຈາກ 23 ປະເທດ ແລະ ເຂດແຄ້ວນຄື: ອິນເດຍ, ຈີນ, ສ.ເກົາຫຼີ, ມົງໂກນ, ລາວ, ກຳປູເຈຍ, ອິນໂດເນເຊຍ, ສິງກາໂປ, ໄທ, ສປປ ເກົາຫຼີ, ແອັດສະປາຍ, ອົດສະຕາລີ, ເຕີກກີ…ບັນດາຂະແໜງສິນຄ້າຕະພັນຕົ້ນຕໍຖືກວາງສະແດງຢູ່ງານຕະຫລາດນັດຄັ້ງນີ້ແມ່ນ: ອຸປະກອນເຄື່ອງຈັກ, ວັດສະດຸກໍ່ສ້າງ, ໄຟຟ້າ, ເອເລັກໂຄນິກ ແລະ ເຕັກໂນໂລຢີຂໍ້ມູນຂ່າວ…ນີ້ແມ່ນໂອກາດ ເພື່ອໃຫ້ ຫວຽດນາມ ໂຄສະນາເຜີຍແຜ່ເຄື່ອງໝາຍການຄ້າເຖິງບັນດາເພື່ອນມິດສາກົນ ໂດຍຜ່ານເຂດຮ້ານວາງສະແດງຂອງວິສາຫະກິດເຄື່ອງໝາຍການຄ້າແຫ່ງຊາດ.
ງານຕະຫລາດນັດການຄ້າສາກົນ ຫວຽດນາມ ຄັ້ງທີ່ 26 ດ້ວຍຫົວຂໍ້ວ່າ “VIETNAMEXPO - ເພີ່ມທະວີການເຊື່ອມຕໍ່ເສດຖະກິດພາກພື້ນ ແລະ ສາກົນ” ຈະດຳເນີນຮອດວັນທີ 16/04.