ພາບປະກອບ:internet
|
(vovworld)-ຕອນເຊົ້າວັນທີ 11/5, ທ່ານ ຫງວຽນກວກຈີງ, ປະທານສະມາພັນອາຊີບຫາປາ ອານຫາຍ, ເມືອງ ຫລີເຊີນ ແຂວງ ກວ໋າງຫງາຍ ໃຫ້ຮູ້ວ່າ: ທ່ານຫາກໍ່ໄດ້ຮັບຂ່າວວ່າ ມີກຳປັ່ນຫາປາຂອງຊາວປະມົງ ຫລີເຊີນ ຕ່ືມອີກລຳຫນຶ່ງຖືກກຳປັ່ນ ຈີນ ບຸກໂຈມຕີ, ຢືດເອົາຊັບສິນຢູ່ເຂດທະເລ ຮ່ວາງຊາ. ມາຮອດປະຈຸບັນ, ນີ້ແມ່ນກຳປັ່ນລຳທີ 2 ຂອງຊາວປະມົງເມືອງ ຫລີເຊີນ ຖືກຝ່າຍຈີນ ບຸກໂຈມຕີໃນ 3 ມື້ຜ່ານມາ. ເຖິງວ່າຖືກ ຝ່າຍຈີນນຳຮ້ານເຈາະນ້ຳມັນເຂົ້າເຄື່ອນໄຫວຢ່າງຜິດກົດໝາຍຢູ່ເຂດທະເລຂອງຫວຽດນາມ ແຕ່ໃນຊຸມມື້ຜ່ານມາ, ຊາວປະມົງແຂວງ ກວ໋າງຫງາຍ ຍັງຄົງຕັດສິນໃຈສືບຕໍ່ອອກຝັ່ງຫາປາເພື່ອປົກປັກຮັກສາອະທິປະໄຕທະເລໝູ່ເກາະຂອງປະເທດຊາດ. ປະຈຸບັນ, ແຂວງ ກວ໋າງຫງາຍ ມີກຳປັ່ນ 2.400 ລຳພວມຫາປາຢູ່ໄກຝັ່ງ, ສ່ວນຫລາຍຢູ່ເຂດຫາປາ ຮ່ວາງຊາ, ເຈື່ອງຊາ. ທ່ານ ຫງວຽນກວກຈີງ ຢືນຢັນວ່າ: ໝູ່ເກາະເຈື່ອງຊາ ແລະ ຮ່ວາງຊາ ແມ່ນຂອງຫວຽດນາມ ສະນັ້ນ ຊາວປະມົງຍັງຄົງສືບຕໍ່ອອກຝັ່ງທັງຂຸດຄົ້ນທະເລທັງປົກປັກຮັກສາອະທິປະໄຕທະເລໝູ່ເກາະຂອງຫວຽດນາມ.