ເນື້ອໃນຈຸດສຸມຂອງກອງປະຊຸມຄັ້ງປະຖົມມະເລີກ,ສະພາແຫ່ງຊາດຊຸດທີ 14
ທ່ານ ຫງວຽນແຫ້ງຟຸກ ເລຂາທິການໃຫຍ່ສະພາ
ແຫ່ງຊາດ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ
(vovworld) - ຕອນບ່າຍວັນທີ 19/7, ຫ້ອງວ່າການສະພາແຫ່ງຊາດຈັດຕັ້ງການປະຊຸມຂ່າວກ່ຽວກັບການຄາດຄະເນເນື້ອໃນຈຸດສຸມຂອງກອງປະຊຸມຄັ້ງປະຖົມມະເລີກ, ສະພາແຫ່ງຊາດຊຸດທີ 14, ເຊິ່ງຈະດຳເນີນໃນລະຫວ່າງວັນທີ 20-29/7. ຕາມນັ້ນແລ້ວ, ສະພາແຫ່ງຊາດຊຸດທີ 14 ຈະສະຫງວນເວລາ 6 ວັນເພື່ອພິຈາລະນາ, ຕົກລົງວຽກງານຈັດຕັ້ງບຸກຄະລາກອນຂັ້ນສູງຂອງລັດ. ສະພາແຫ່ງຊາດກໍ່ສະຫງວນເວລາ 2 ວັນເພື່ອພິຈາລະນາ, ປຶກສາຫາລືບົດລາຍງານຂອງລັດຖະບານກ່ຽວກັບສະພາບການປະຕິບັດແຜນການພັດທະນາເສດຖະກິດສັງຄົມ ແລະ ງົບປະມານແຫ່ງລັດໃນ 6 ເດືອນຕົ້ນປີ, ມາດຕະການແກ້ໄຂໃນ 6 ເດືອນທ້າຍປີ; ພິຈາລະນາຮັບຮອງເອົາມະຕິຂອງສະພາແຫ່ງຊາດ ກ່ຽວກັບລາຍການສ້າງກົດໝາຍ, ລັດຖະບັນຍັດ, ລາຍການເຄື່ອນໄຫວຕິດຕາມກວດກາຂອງສະພາແຫ່ງຊາດໃນປີ 2017. ທ່ານ ຫງວຽນແຫ້ງຟຸກ, ເລຂາທິການໃຫຍ່ສະພາແຫ່ງຊາດ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ, ໃຫ້ຮູ້ວ່າ:
“ສະພາແຫ່ງຊາດຊຸດທີ 14 ນີ້, ມີຈຳນວນສະມາຊິກໄດ້ຮັບການເລືອກຕັ້ງຄືນໃໝ່ກວມປະມານ 36%, ແມ່ນລະດັບສູງສຸດເມື່ອທຽບໃສ່ 3 ສະໄໝຜ່ານມາ. ທີສອງແມ່ນສະມາຊິກສະພາແຫ່ງຊາດຊຸດໃໝ່ກໍ່ມີຫຼາຍທ່ານເຮັດວຽກໃນຂົງເຂດຕຸລາການ. ທີສາມແມ່ນຫວ່າງແລ້ວນີ້ຄະນະປະຕິບັດວຽກງານສະມາຊິກສະພາແຫ່ງຊາດ ໄດ້ຈັດຕັ້ງຊຸດອົບຮົມໃຫ້ບັນດາສະມາຊິກໃໝ່ເພື່ອໃຫ້ເຂົາເຈົ້າຊອກຮູ້ກ່ຽວກັບຂັ້ນຕອນນິຕິບັນຍັດແມ່ນຄືແນວໃດ. ຂ້າພະເຈົ້າຄິດວ່າບັນດາສະມາຊິກສະພາແຫ່ງງຊາດຊຸດທີ 14 ມີຄຸນນະພາບສູງ ແລະ ມີໂຄງປະກອບດີທີ່ສຸດເມື່ອທຽບກັບບັນດາຊຸດກ່ອນ, ເພາະວ່າຜູ້ທີ່ມີລະດັບມະຫາວິທະຍາໄລກວມເຖິງ 94%, ໃນນັ້ນ 62% ມີລະດັບເໜືອມະຫາວິທະຍາໄລ. “