(vovworld) - ຍັງພຽງກວ່າ 2 ອາທິດອີກກໍ່ຮອດບຸນປີໃໝ່ປະຈຳຊາດຂອງຫວຽດນາມ, ທຸກຂັ້ນ, ຂະແໜງການ, ໝູ່ຄະນະ, ທ້ອງຖິ່ນ, ວິສາຫະກິດພວມຜັນຂະຫຍາຍບັນດາການເຄື່ອນໄວອັນແທດຈິງ ແລະ ມີຄວາມໝາຍເພື່ອເບິ່ງແຍງດູແລບັນດາຄອບຄົວທຸກຍາກ, ຜູ້ມີຄຸນງາມຄວາມດີ, ຜູ້ທີ່ປະສົບກັບຄວາມຫຍຸ້ງຍາກໃນໂອກາດບຸນປີໃໝ່.
ດ້ວຍຈຸດໝາຍເພື່ອໃຫ້ທຸກຄອບຄົວລ້ວນແຕ່ມີບຸນປີໃໝ່, ແຂວງ ລາຍເຈົາ ໄດ້ຊີ້ນຳບັນດາຫົວໜ່ວຍສະຖິຕິບັນດາຄອບຄົວທຸກຍາກ, ຄອບຄົວອາດຈະຖືກອຶດຫິວເພື່ອໃຫ້ການໜູນຊ່ວຍຢ່າງທັນການ. ທາງແຂວງໄດ້ສະຫງວນ 3,9 ຕື້ດົງເພື່ອໄປຢື້ຢາມຖາມຂ່າວ, ມອບຂອງຂວັນໃຫ້ບັນດາເປົ້າໝາຍ, ໃນນັ້ນຂອງຂວັນ 60 ພູດ ແມ່ນສະຫງວນໃຫ້ບັນດາຄອບຄົວນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ, ແມ່ຫວຽດນາມ ວິລະຊົນ, ທະຫານເຈັບປ່ວຍ ແລະ ຄອບຄົວທຸກຍາກເກືອບ 5.000 ຄອບຄົວ. ທ່ານ ລໍ່ວັນຢ່າງ, ເລຂາຄະນະພັກແຂວງ ລາຍເຈົາ ໃຫ້ຮູ້ວ່າ.
“ແຂວງໄດ້ປຸກລະດົມ, ຮຽກຮ້ອງບັນດາໝູ່ຄະນະ, ບຸກຄົນໃນແຂວງ ແລະ ຕ່າງແຂວງໜູນຊ່ວຍຂອງຂວັນກວ່າ 4.700 ພູດ, ດ້ວຍລະດັບໜູນຊ່ວຍແຕ່ລະພູດມີມູນຄ່າ 300.000 – 500.000 ດົງ ເພື່ອເບິ່ງແຍງດູແລໃຫ້ແກ່ຄອບຄົວທຸກຍາກ, ຄອບຄົວໃກ້ຈະຕົກຢູ່ໃນມາດຖານທຸກຍາກ, ຄອບຄົວນະໂຍບາຍ ແລະ ຜູ້ມີຄຸນງາມຄວາມດີໃນໂອກາດບຸນປີໃໝ່. ທາງແຂວງໄດ້ຊີ້ນຳບັນດາເມືອງ, ນະຄອນກວດກາ, ປະຕິບັດການໜູນຊ່ວຍໃຫ້ບັນດາຄອບຄົວປະສົບກັບຄວາມຫຍຸ້ງຍາກໃນບໍລິເວັນແຂວງ, ຮັບປະກັນໃຫ້ 100% ຄອບຄົວທຸກຍາກ, ຄອບຄົວນະໂຍບາຍ ໄດ້ຕ້ອນຮັບບຸນປີໃໝ່ຢ່າງເບີກບານມ່ວນຊື່ນ ແລະ ອົບອຸ່ນ”.
ໃນໂອກາດບຸນປີໃໝ່ນີ້, 60 ຄອບຄົວຢູ່ເມືອງ Cu M’gar, ແຂວງ ດັກລັກ ມີເຮືອນຫຼັງໃໝ່. ນີ້ແມ່ນໝາກຜົນທີ່ບັນລຸໄດ້ພາຍຫຼັງ 2 ປີແຫ່ງການຜັນຂະຫຍາຍຂອງໂຄງການສ້າງກອງທຶນປະຢັດ 1000 ດົງ/ຄົນ/ມື້ ເຊິ່ງໄດ້ຮັບການສະໜັບສະໜູນຈາກພະນັກງານ, ສະມາຊິກພັກ, ພາລະກອນ, ລັດຖະກອນເມືອງ Cu M’gar ເພື່ອແນໃສ່ກໍ່ສ້າງເຮືອນໃຫ້ແກ່ບັນດາຄອບຄົວນະໂຍບາຍ, ຄອບຄົວທຸກຍາກ ແລະ ຄອບຄົວທີ່ປະສົບກັບຄວາມທຸກຍາກເປັນພິເສດ. ທ່ານ ຫງວຽນເຈີນ, ປະທານຄະນະກຳມະການປະຊາຊົນຕາແສງ Ea Mnang, ເມືອງ Cu M’gar ໃຫ້ຮູ້ວ່າ.
“ພະນັກງານ, ລັດຖະກອນແຕ່ລະຄົນພຽງປະຢັດ 1000 ດົງ/ມື້ ເທົ່ານັ້ນ. ແຕ່ຂ້າພະເຈົ້າຖືວ່າ ມັນມີຄວາມໝາຍອັນເລິກເຊິ່ງຫຼາຍຢ່າງ. ມື້ລະ 1000 ດົງ ແຕ່ໄດ້ຊ່ວຍໃຫ້ບັນດາຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກປືນຕົວຂຶ້ນ. ຖ້າຫາກສືບຕໍ່ໄດ້ຮັບການປະຕິບັດ, ໃນອະນາຄົດໃກ້ໆນີ້, ການດຳລົງຊີວິດຂອງບັນດາຄອບຄົວທຸກຍາກຈະໄດ້ຮັບການປົວແປ່ງ. ເຫັນໄດ້ຄວາມໝາຍດັ່ງກ່າວ, ສະນັ້ນ, ພະນັກງານ, ສະມາຊິກພັກແຕ່ລະຄົນໄດ້ສະໜັບສະໜູນຢ່າງຕັ້ງໜ້າ”.