ເບິ່ງແຍງດູແລໃຫ້ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນຫວຽດນາມ

ເບິ່ງແຍງດູແລໃຫ້ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນຫວຽດນາມ - ảnh 1
(ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ)

(vovworld) –  ກອງ​ປະຊຸມ​ສຳ​ມະ​ນາ​ວິທະຍາສາດ “ຄົ້ນ​ຄ້ວາ​ຕີ​ລາຄາ​ປະສິດທິ​ຜົນ​ນະ​ໂຍບາຍ​ສຳລັບ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ​; ສະ​ເໜີ​ທິດ​ທາງ ​ແລະ ມາດ​ຕະການ​ປັບປຸງ, ​ເພີ່ມ​ເຕີມ, ດັດ​ແກ້” ​ໄດ້​ດຳ​ເນີນ​ໃນ​ວັນ​ທີ 30/6 ຢູ່​ຮ່າ​ໂນ້ຍ. ກອງ​ປະຊຸມ​ສຳ​ມະ​ນາ​ໄດ້​ສຸມ​ໃສ່​ປຶກສາ​ຫາລື, ​ເຮັດ​ແຈ້ງ​ບັນດາ​ມາດຖານ​ກຳນົດ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ; ຄວາມ​ຈິ່ງ​ກ່ຽວ​ກັບ​ຊີວິດ, ພະຍາດ​ຂອງຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ; ບັນຫາ​ເບິ່ງ​ແຍງ​ດູ​ແລ​ໃນ​ສັງຄົມ ​ແລະ ຊ່ວຍ​ເຫຼືອຜູ້​ປະສົບ​ເຄາະ​ຮ້າຍ​; ບົດບາດ​ຂອງ​ສະມາຄົມຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ​ໃນ​ການ​ຊ່ວຍ​ເຫຼືອ​ບັນດາຜູ້​ປະສົບ​ເຄາະ​ຮ້າຍ​, ປະກອບສ່ວນ​ປະຕິບັດ​ນະ​ໂຍບາຍ…

        ​ໃນ​ຫຼາຍ​ປີຜ່ານມາ, ພັກ ​ແລະ ລັດ​ໄດ້​ເອົາ​ໃຈ​ໃສ່​ທີ່​ສຸດ​ເຖິງ​ເລື່ອງ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ໂດຍ​ທາດ​ພິດ​ສີ​ສົ້ມ​ກໍ່​ຂຶ້ນ. ລັດ​ມີ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ກ່ຽວ​ກັບ​ການ​ກຳຈັດ​ສະພາບ​ແວດ​ລ້ອມ​ຢູ່​ເຂດ​ທີ່​ຍັງ​ຄົງມີ​ທາດ​ພິດ​ດີ​ໂອ​ຊີ​ນດ້ວຍ​ຈຳນວນ​ຫຼາຍ; ປະກາດ​ໃຊ້​ນະ​ໂຍບາຍ​ສຳລັບ​ຜູ້​ເຄື່ອນ​ໄຫວ​ປະຕິວັດ ​ແລະ ລູກ​ຄີງ​ຂອງ​ເຂົາ​ເຈົ້າ​ທີ່​ຖືກ​ຕິດ​ສານພິດ​​ເຄມີ.

ຂ່າວ/ບົດ​ອື່ນ