(vovworld) - ວັນທີ 26/05, ທ່ານປະທານາທິບໍດີເບລາຣຸດ Alexander Lukashenko ໄດ້ໃຫ້ສັດຕະຍາບັນຮ່າງສັນຍາການຄ້າເສລີ (FTA) ລະຫວ່າງສະຫະພັນເສດຖະກິດເອີລົບ - ອາຊີ (EAES) ກັບຫວຽດນາມ ເພື່ອສ້າງພື້ນຖານໃຫ້ບັນດາການເຈລະຈາຄັ້ງຕໍ່ໄປ. ທ່ານປະທານາທິບໍດີ Lukashenko ໃຫ້ຮູ້ວ່າ, ທ່ານໄດ້ເຊັນລັດຖະດຳລັດກ່ຽວກັບເນື້ອໃນດັ່ງກ່າວໃນວັນທີ 25/05. ລັດຖະບານເບລາຣຸດ ໄດ້ຮັບມອບໝາຍໜ້າທີ່ເພື່ອລົງນາມຂໍ້ຕົກລົງດັ່ງກ່າວກັບລັດຖະບານຫວຽດນາມ. ຕາມເອກະສານດັ່ງກ່າວ, ສິນຄ້າ, ການບໍລິການ, ທຶນ ແລະ ຄົນງານຈະໄປມາຢ່າງເສລີໃນສະຫະພັນ; EAES ກໍ່ມີນະໂຍບາຍໜຶ່ງດຽວ. ໂຄງການດັ່ງກ່າວບໍ່ພຽງແຕ່ຊ່ວຍປັບປຸງພື້ນຖານເສດຖະກິດຂອງບັນດາປະເທດສະມາຊິກ, ຊຸກຍູ້ບັນດາປະເທດມີຄວາມໃກ້ຊິດກວ່າເທົ່ານັ້ນ, ຫາກຍັງຊ່ວຍຍົກສູງກຳລັງແກ່ງແຍ້ງຂອງບັນດາປະເທດສະມາຊິກໃນຕະຫຼາດທົ່ວໂລກອີກດ້ວຍ. ສັນຍາການຄ້າເສລີກັບຫວຽດນາມ ແມ່ນສັນຍາທຳອິດທີ່ EAES ເຊັນກັບບັນດາປະເທດຄູ່ຮ່ວມມື. ຄາດວ່າ, ພິທີລົງນາມຖືກດຳເນີນໄປຢູ່ກາຢັກສຖານ ໃນວັນທີ 29/05 ຈະມາເຖິງ.