ເປີດກ້ວາງການຮ່ວມມື ດ້ານເສດຖະກິດ - ການຄ້າລະຫວ່າງ ຫວຽດນາມ - ເບລາຣຸດ
ເວທີປາໄສວິສາຫະກິດ ຫວຽດນາມ - ເບລາຣຸດ
(ພາບ: Cao Cường/Vietnam+)
(vovworld) – ຕອນບ່າຍວັນທີ 11/9, ທີ່ຫ້ອງວ່າການລັດຖະບານ ເບລາຣຸດ, ທ່ານນາຍົກລັດຖະມົນຕີປະເທດເຈົ້າພາບ M. Myasnikovich ໄດ້ໃຫ້ການຕ້ອນຮັບລັດຖະມົນຕີກະຊວງອຸດສາຫະກຳ - ການຄ້າ ຫວຽດນາມ ຫວູຮູຍຮ່ວາງ, ເນື່ອງໃນໂອກາດການຢ້ຽມຢາມ ເບລາຣຸດ ເຂົ້າຮ່ວມເວທີປາໄສວິສາຫະກິດ ຫວຽດນາມ - ເບລາຣຸດ. ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ເບລາຣຸດ ຕີລາຄາສູງກາລະໂອກາດເປີດກ້ວາງຕະຫຼາດຜ່ານການຮ່ວມມືເສດຖະກິດ - ການຄ້າ ແລະ ການລົງທຶນ 2 ຝ່າຍ. ທ່ານ ນາຍົກລັດຖະມົນຕີ Myasnikovich ຮັບຮູ້ວ່າ: ຫວຽດນາມ ຈະແມ່ນປະຕູເພື່ອໃຫ້ເບລາຣຸດ ແຊກຊຶມຕະຫຼາດ ອາຊຽນ, ພ້ອມທັງ ເບລາຣຸດ ຈະແມ່ນປະຕູເພື່ອໃຫ້ ຫວຽດນາມ ເປີດກ້ວາງການພົວພັນກັບບັນດາປະເທດສະມາຊິກ ພັນທະພາບ ພາສີ. ທ່ານນາຍົກລັດຖະມົນຕີ Myasnikovich ແລະ ທ່ານລັດຖະມົນຕີ ຫວູຮູຍຮ່ວາງ ຈະແລກປ່ຽນລະອຽດ ກ່ຽວກັບບັນດາຂົງເຂດຮ່ວມມືລົງທຶນ, ກໍ່ຄືຄວາມສາມາດບົ່ມຊ້ອນລະຫວ່າງ 2 ປະເທດ, ເຊິ່ງລວມມີການຜະລິດ ແລະ ປຸງແຕ່ງຜະລິດຕະພັນກະເສດ, ອຸດສາຫະກຳປຸງແຕ່ງອາຫານ, ອຸດສາຫະກຳເບົ່າ...
ແລະກໍ່ໃນວັນທີ 11/9, ຢູ່ຫໍພິພິທະພັນແຫ່ງຊາດ ເບລາຣຸດ ໄດ້ຈັດຕັ້ງເວທີປາໄສວິສາຫະກິດ ຫວຽດນາມ - ເບລາຣຸດ ດ້ວຍການເຂົ້າຮ່ວມຂອງວິສາຫະກິດ ເບລາຣຸດ ປະມານ 200 ແຫ່ງ ແລະ ວິສາຫະກິດ ຫວຽດນາມ ກ່ວາ 60 ແຫ່ງ... ນີ້ແມ່ນ 1 ໃນບັນດາການເຄື່ອນໄຫວຂອງບັນດາຄະນະປະຕິບັດງານ ຫວຽດນາມ ພວມດຳເນີນຢູ່ນະຄອນຫຼວງ Minsk ຂອງ ເບລາຣຸດ ເພື່ອແນໃສ່ຊຸກຍູ້ການຮ່ວມມືດ້ານເສດຖະກິດ - ການຄ້າ ແລະ ການລົງທຶນກັບ ເບລາຣຸດ. ເວທີປາໄສແມ່ນ 1 ໃນບັນດາການເຄື່ອນໄຫວ ເພື່ອແນໃສ່ຫັນບັນດາຂໍ້ຕົກລົງທີ່ບັນລຸໄດ້ລະຫວ່າງການນຳຂັ້ນສູງ 2 ປະເທດ ພາຍຫຼັງການຢ້ຽມຢາມ ເບລາຣຸດ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ເມືອເດືອນ 5 ຜ່ານມາໃຫ້ປະກົດຜົນສຳເລັດ.
ກ່າວຄຳເຫັນທີ່ເວທີປາໄສ, ທ່ານລັດຖະມົນຕີ ກະຊວງອຸດສາຫະກຳ - ການຄ້າ ຫວຽດນາມ ຫວູຮູຍຮ່ວາງ ຖືວ່າ: ພ້ອມກັບການເຄື່ອນໄຫວຕັ້ງໜ້າຂອງອົງການທີ່ກ່ຽວຂ້ອງ, ປະຊາຄົມວິສາຫະກິດ 2 ປະເທດ ແລະ ເຈລະຈາກ່ຽວກັບສັນຍາການຄ້າເສລີລະຫວ່າງ ຫວຽດນາມ ກັບ ພັນທະມິດພາສີ (ລວມມີ: ລັດເຊຍ, ກະຢັກສະຖານ ແລະ ເບລາຣຸດ) ພວມສ້າງບັນດາປະຖົມປັດໄຈທີ່ສະດວກເພື່ອເປີດກ້ວາງການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນລະຫວ່າງ ຫວຽດນາມ ກັບ ເບລາຣຸດ. ທ່ານລັດຖະມົນຕີ ຫວູຮູຍຮ່ວາງ ຕີລາຄາວ່າ:
“2 ຝ່າຍໄດ້ພິຈາລະນາມາດຕະການຕ່າງໆ, ກໍ່ຄືວິທີການເພື່ອຊຸກຍູ້ການພົວພັນຮ່ວມມືໃນຂົງເຂດເສດຖະກິດ - ການຄ້າ ແລະ ການລົງທຶນ, ດ້ວຍບັນດາລາຍການ ແລະ ມາດຕະການລະອຽດທີ່ສຸດ. ຂ້າພະເຈົ້າຖືວ່າ: ນີ້ຈະແມ່ນປະຖົມປັດໄຈສະດວກເພື່ອເປີດກ້ວາງການພົວພັນຮ່ວມມືໃນຂົງເຂດເສດຖະກິດ - ການຄ້າ ແລະ ການລົງທຶນລະຫວ່າງ 2 ປະເທດໃນໄລຍະຈະມາເຖິງ.”
ສ່ວນລັດຖະມົນຕີກະຊວງອຸດສາຫະກຳ - ການຄ້າ ເບລາຣຸດ Dmitri Katerinitch, ຢືນຢັນວ່າ:
“ຫວຽດນາມ ສວມບົດບາດອັນດັບໜຶ່ງໃນ ອາຊຽນ. ປະຈຸບັນ, ພວກຂ້າພະເຈົ້າພວມເຈລະຈາສັນຍາການຄ້າເສລີ ລະຫວ່າງ ຫວຽດນາມ ກັບບັນດາປະເທດພັນທະມິດພາສີ ແລະ ໃນອະນາຄົດ ພວກຂ້າພະເຈົ້າຫວັງວ່າຜ່ານ ຫວຽດນາມ ຈະເຊັນສັນຍາການຄ້າເສລີລະຫວ່າງບັນດາປະເທດພັນທະມິດ ພາສີ ກັບບັນດາປະເທດ ອາຊຽນ. ”