ເປີດກວ້າງການຮ່ວມມືລະຫວ່າງ2ນະຄອນໃຫຍ່ຂອງຫວຽດນາມແລະອີຕາລີ

ເປີດກວ້າງການຮ່ວມມືລະຫວ່າງ2ນະຄອນໃຫຍ່ຂອງຫວຽດນາມແລະອີຕາລີ - ảnh 1
(ພາບປະກອບ)

(vovworld) – ຂໍ້​ຕົກລົງ​ຮ່ວມ​ມື​ມິດຕະພາບ​ລະຫວ່າງ​ນະຄອນ​ໂຮ່ຈິ​ມິນ ​ແລະ ນະຄອນ Turin, ປະ​ເທດ​ອີ​ຕາ​ລີ ​ໄດ້​ຮັບ​ການ​ລົງນາມ​ຢູ່ ທາງ​ພາກ​ເໜືອ​ອີ​ຕາ​ລີ. ຜູ້ຕາງ​ໜ້າການ​ນຳ 2 ນະຄອນ​ທີ່​ເຂົ້າ​ຮ່ວມ​ການ​ລົງ​ນາມ ແມ່ນ​ທ່ານ​ເລ​ຮ່ວາງ​ກວນ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ໂຮ່ຈິ​ມິນ ​ແລະ ທ່ານ Piero Fassino, ​ເຈົ້າ​ຄອງ​ນະຄອນ Turin, ​ໄດ້​ເຂົ້າ​ຮ່ວມ​ພິທີ​ລົງ​ນາມ​ນີ້.

        ທ່ານ​ປະທານ​ຄະນະ​ກຳ​ມະ​ກາ​ນປະຊາຊົນ​ນະຄອນ​ໂຮ່ຈິ​ມິນ ​ເລ​ຮ່ວາງ​ກວນ ​ໃຫ້​ຮູ້​ວ່າ, ດ້ວຍ​ຂໍ້​ຕົກລົງ​ນີ້, 2 ນະຄອນ​ໃຫຍ່​ຂອງ​ຫວຽດນາມ ​ແລະ ອີ​ຕາ​ລີ ຈະ​ຮັກສາ​ການ​ເຈລະຈາ​ຂັ້ນ​ການ​ນຳ​ເປັນ​ປະຈຳ ກໍ​ຄື ສ້າງ​ງ​ເງື່ອນ​ໄຂ​​ດີ​ທີ່​ສຸດເພື່ອ​ແລກປ່ຽນ​ຂໍ້​ມູນ, ບົດຮຽນ, ​ແກ້​ໄຂ​ບັນດາຄວາມ​ຫຍຸ້ງຍາກ, ຂໍ້​ຕິດ​ຂັດ ​ເພື່ອ​ແນ​​ໃສ່​ຊຸກຍູ້​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ​ເຊິ່ງ 2 ຝ່າຍ​ມີ​ຄວາມ​ສາມາດ​ບົ່​ມຊ້ອນ ​ແລະ ທ່າ​ແຮງ.

        ສ່ວນ​ທ່ານເຈົ້າ​ຄອງ​ນະຄອນ Turin ສະແດງ​ຄວາມ​ເຊື່ອ​ໝັ້ນວ່າ, ຂໍ້​ຕົກລົງ​ຮ່ວມ​ມື​ມິດຕະພາບ​ທີ່​ຫາ​ກໍ​ໄດ້​ຮັບ​ການ​ລົງ​ນາມ ຈະ​ສ້າງ​ພື້ນຖານ​ເພື່ອ​ຊຸກ​ຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ຝ່າຍ​ກວ່າ​ອີກ.

ຂ່າວ/ບົດ​ອື່ນ