ເປີດກວ້າງກາລະໂອກາດລົງທຶນດຳເນີນທຸລະກິດ,ລົງທຶນລະຫວ່າງຫວຽດນາມແລະສ.ເຊັກໂກ
(ພາບປະກອບ)
(vovworld) – ໃນຂອບເຂດການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຂອງທ່ານ ປະທານສະພາສູງສ.ເຊັກໂກ Milan Stech , ໃນວັນທີ 17/11, ຢູ່ຮ່າໂນ້ຍ, ຫ້ອງການການຄ້າ ແລະ ອຸດສາຫະກຳຫວຽດນາມ ໄດ້ສົມທົບກັບຫ້ອງການການຄ້າ ແລະ ອຸດສາຫະກຳສ.ເຊັກໂກ ແລະ ສະຖານທູດສ.ເຊັກໂກ ປະຈຳຫວຽດນາມ ໄດ້ຈັດຕັ້ງເວທີປາໄສວິສາຫະກິດຫວຽດນາມ - ສ.ເຊັກໂກ. ທີ່ເວທີປາໄສ, ທ່ານຮອງປະທານຫ້ອງການການຄ້າ ແລະ ອຸດສາຫະກຳຫວຽດນາມ ດ່ວານຢຸຍເຄືອງ ເຊື່ອໝັ້ນວ່າ, ໃນສະພາບຜັນຂະຫຍາຍບັນດາຄຳໝັ້ນສັນຍາຮ່ວມມືຂອງການນຳ 2 ປະເທດ, ບັນດາຄວາມມານະພະຍາຍາມຊຸກຍູ້ຄວາມເອົາໃຈໃສ່, ບຸລິມະສິດ ແລະ ບັນດາກາລະໂອກາດດຳເນີນທຸລະກິດ ແລະ ລົງທຶນຢ່າງໃຫ່ຍຫຼວງຢູ່ຫວຽດນາມ ກໍຄືຢູ່ສ.ເຊັກໂກ ພວມລໍຖ້າບັນດາວິສາຫະກິດ. ທ່ານ ດ່ວານຢຸຍເຄືອງ ປາດຖະໜາວ່າ, ບັນດາວິສາຫະກິດຂອງ 2 ປະເທດຈະນຳໃຊ້ກາລະໂອກາດ ແລະ ຊອກຫາຂົງເຂດດຳເນີນທຸລະກິດຍຸດທະສາດທີ່ເປັນໄປໄດ້ໃນໄລຍະຈະມາເຖິງ. ສ່ວນທ່ານປະທານສະພາສູງສ.ເຊັກໂກ Milan Stech ຫວັງວ່າ, ວິສາຫະກິດ 2 ປະເທດຈະເພ່ີມທະວີການພົວພັນຮ່ວມມື, ລົງທຶນກວ່າອີກ ເພື່ອປະກອບສ່ວນຊຸກຍູການພັດທະນາຂອງພື້ນຖານເສດຖະກິດ 2 ປະເທດໃນອະນາຄົດ.