ເປີດກວ້າງ,ພັດທະນາການພົວພັນຫວຽດນາມ-ເບລາຣູດໃນຫຼາຍຂົງເຂດ

ເປີດກວ້າງ,ພັດທະນາການພົວພັນຫວຽດນາມ-ເບລາຣູດໃນຫຼາຍຂົງເຂດ - ảnh 1
ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟູ໋ຈ້ອງ

(vovworld) - ​ເບ​ລາຣູດ ພວມ​ລໍຖ້າ​ການ​ຢ້ຽມຢາມ​ຂອງ​ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟູ໋ຈ້ອງ. ​ເບ​ລາຣູດ ຫວັງ​ວ່າ, ສອງ​ຝ່າຍ​ສາມາດ​ພິຈາລະນາ, ຍົກ​ການ​ພົວພັນ​ຄູ່​ຮ່ວມ​ມື​ໃຫ້​ຂຶ້ນ​ສູ່​ລະດັບ​ຍຸດ​ທະ​ສາດ​ໃໝ່. ນັ້ນ​ແມ່ນ​ຄວາມ​ເຫັນ​ຂອງ​ທ່ານ​ເອກ​ອັກຄະ​ລັດຖະທູດ ສ​.ເບ​ລາຣູດ ປະຈຳ​ຫວຽດນາມ​ ທ່ານ Valery Sadokho, ​ເມື່ອ​ຕອບ​ສຳພາດ​ຕໍ່​ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ​ຫວຽດນາມ ກ່ຽວ​ກັບ​ການ​ພົວພັນ​ສອງ​ຝ່າຍ​ລະຫວ່າງ​ສອງ​ປະ​ເທດ, ​ໃນ​ການ​ຢ້ຽມຢາມເບ​ລາຣູດ ຈະ​ມາ​ເຖິງ​ຂອງ​ທ່ານເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟູ໋ຈ້ອງ. ທ່ານ​ເອກ​ອັກຄະ​ລັດຖະທູດ ສ​.ເບ​ລາຣູດ ປະຈຳ​ຫວຽດນາມ ຖື​ວ່າ, ການ​ພົວພັນ​ຮ່ວມ​ມື​ທາງ​ດ້ານ​ເສດຖະກິດ, ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ​ບໍ່​ທັນ​ເໝາະ​ສົມ​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ​ສອງ​ປະ​ເທດ. ຜ່ານ​ການ​ຢ້ຽມຢາມ​ຄັ້ງ​ນີ້, ສອງ​ປະ​ເທດ​ຈະ​ເປີດ​ກວ້າງ​ການ​ຮ່ວມ​ມື​ໃນ​ຫຼາຍ​ຂົງ​ເຂດຄື: ​ເສດຖະກິດ, ການ​ຄ້າ, ການ​ສຶກສາ, ວັດທະນະທຳ… ທ່ານ Valery Sadokho ​ໃຫ້​ຮູ້​ວ່າ, ສອງ​ປະ​ເທດ​ພວມ​ປະຕິບັດ​ວິວັດ​ການ​ເຈລະຈາ​ສັນຍາ​ການ​ຄ້າ​ເສລີ​ລະຫວ່າງ​ຫວຽດນາມ ​ແລະ ບັນດາ​ປະ​ເທດ​ພັນທະ​ມິດ​ພາສີ, ​ເຊິ່ງລວມມີ​ລັດ​ເຊຍ, ​ເບ​ລ່ຣູດ, ກາ​ຢັກ​ສະຖານ ກ່ຽວ​ກັບ​ການ​ສ້າງ​ຕັ້ງ​ເຂດ​ການ​ຄ້າ​ເສລີ​ໃຫ້​ສຳ​ເລັດ. ຫວັງ​ວ່າ, ຕົ້ນ​ປີ​ໃໝ່​ຈະ​ລົງ​ນາມ​ໃນ​ສັນຍາ​ການ​ຄ້າ​ເສລີ, ​ເປີດ​ແງ່​ຫວັງ​ໃໝ່​ໃນ​ການ​ເພີ່ມ​ທະວີ​ການ​ແລກປ່ຽນ​ດ້ານ​ການ​ຄ້າ​ລະຫວ່າງ​ສອງ​ຝ່າຍ.

 

 


ຂ່າວ/ບົດ​ອື່ນ