ເປີດ​ກອງ​ປະ​ຊຸມ​ຄັ​້ງ​ທີ 5 ຂອງ ຄ​ະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ

(VOVWORLD) -ໃນເວລາ 2 ວັນ, ຄະນະປະຈຳສະພາແຫ່ງຊາດໃຫ້ຄຳເຫັນໃສ່ຮ່າງມະຕິຂອງຄະນະປະຈຳສະພາແຫ່ງຊາດອະທິບາຍບາງມາດຕາຂອງ ກົດໝາຍອາຍາ. 
ເປີດ​ກອງ​ປະ​ຊຸມ​ຄັ​້ງ​ທີ 5 ຂອງ ຄ​ະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ - ảnh 1ວາລະປະຊຸມຂອງຄະນະປະຈຳສະພາແຫ່ງຊາດ (ພາບ: TTXVN)

        ກອງປະຊຸມຄັ້ງທີ 5 ຂອງຄະນະປະຈຳສະພາແຫ່ງຊາດໄດ້ຖືກໄຂຂຶ້ນໃນຕອນເຊົ້າວັນທີ 22 ພະຈິກຢູ່ ຮ່າໂນ້ຍ.

        ໃນເວລາ 2 ວັນ, ຄະນະປະຈຳສະພາແຫ່ງຊາດໃຫ້ຄຳເຫັນໃສ່ຮ່າງມະຕິຂອງຄະນະປະຈຳສະພາແຫ່ງຊາດອະທິບາຍບາງມາດຕາຂອງ ກົດໝາຍອາຍາ. ພ້ອມທັງໃຫ້ຄຳເຫັນໃສ່ກົດໝາຍວ່າດ້ວຍການປັບປຸງ, ເພີ່ມເຕີມບາງມາດຕາຂອງ ກົດໝາຍວ່າດ້ວຍຄວາມຖີ່ວິທະຍຸ; ກົດໝາຍວ່າດ້ວຍການກວດພະຍາດ, ແລະ ປີ່ນປົວພະຍາດ (ສະບັບປັບປຸງ); ສະຫຼຸບກອງປະຊຸມສະໄໝສາມັນເທື່ອທີ 2 ແລະ ໃຫ້ຄຳເຫັນເບື້ອງຕົ້ນກ່ຽວກັບການກະກຽມຈັດກອງປະຊຸມຫົວເລື່ອງສະເພາະເດືອນທັນວາປີ 2021 ແລະ ກອງປະຊຸມສະໄໝສາມັນເທື່ອທີ 3, ສະພາແຫ່ງຊາດຊຸດທີ 15.

ຕອບກັບ

ຂ່າວ/ບົດ​ອື່ນ